ລາຍການແມ່ນການເຄື່ອນໄຫວປະຈໍາປີດຶງດູດການເຂົ້າຮ່ວມຂອງລູກຄ້າເປັນຈໍານວນຫຼວງຫຼາຍ ແລະກໍ່ແມ່ນການເຄື່ອນໄຫວເລີ່ມຕົ້ນໃຫ້ບັນດາລາຍການດູແລລູກຄ້າເປັນພິເສດເຊິ່ງ Viettel ຜັນຂະຫຍາຍໃນປີ 2018.

ດ້ວຍທິດນຳຖືລູກຄ້າແມ່ນເຂັມທິດ ແລະກໍາລັງໜູູນເພື່ອໃຫ້ Viettel ນັບມື້ນັບປັບປຸງຜະລິດຕະພັນການບໍລິການໃຫ້ສົມບູນ, Viettel ເຄົາລົບ ແລະຮັບຟັງບັນດາຄໍາເຫັນປະກອບຂອງລູກຄ້າ, ພ້ອມທັງຊອກຫາວິທີແກ້ໄຂເພື່ອຍົກສູງຄຸນນະພາບຮັບໃຊ້.

leftcenterrightdel
ຮັບຟັງເພື່ອພັດທະນາຈະເປີດສາກໃຫ້ບັນດາລາຍການດູແລລູກຄ້າເປັນພິເສດຂອງ Viettel ໃນປີ 2018. ພາບ: baocongthuong.com.vn.

ເພື່ອແນໃສ່ສົ່ງເສີມລູກຄ້າເຂົ້າຮ່ວມການປະກອບຄໍາເຫັນຫຼາຍຕື່ມອີກ, Viettel ໄດ້ຈັດຕັ້ງຊ່ອງຮັບເອົາຄຳເຫັນຢ່າງສະດວກ ແລະມີຫຼາຍຮູບຫຼາຍແບບ. ຕາມນັ້ນແລ້ວ, ລູກຄ້າສາມາດສົ່ງຄໍາຄິດເຫັນເຂົ້າຮ່ວມລາຍການຜ່ານ 5 ຮູບແບບ: Fanpage ຂອງ Viettel Telecom ຢູ່: https://www.facebook.com/Vietteltelecom,  ເວັບໄຊ: www.Vietteltelecom.vn, ສົ່ງອີເມວເຖິງ cskh@viettel.com.vn, ສົ່ງເຖິງຮ້ານຂາຍເຄື່ອງໂດຍກົງຂອງ Viettel ໃນທົ່ວປະເທດ ຫຼືໂທລະສັບເຖິງສູນບໍລິການໂດຍບໍ່ເສຍຄ່າຕາມເບີ 18008098. ຖັນແຖວພາລະກອນ Viettel ຍາມໃດກໍ່ປະຈໍາ, ພ້ອມແລ້ວທີ່ຈະແກ້ໄຂ ແລະຮັບຄໍາເຫັນປະກອບຂອງລູກຄ້າ.

leftcenterrightdel
    ບັນດາລູກຄ້າໄດ້ຮັບລາງວັນໃນລາຍການ “ຮັບຟັງເພື່ອພັດທະນາ ປີ 2017”. ພາບ: ວັນຟອງ.

ກົນໄກລາງວັນຂອງລາຍການ “ຮັບຟັງເພື່ອພັດທະນາ" ປີທີ 5 ຄາດວ່າຈະມີ 3.000 ລາງວັນດ້ວຍມູນຄ່າທັງໝົດກວ່າ 1 ຕື້ດົ່ງ. ສໍາລັບລາງວັນຂອງປີ, ສະພາວິຊາການຈະຕີລາຄາໂດຍກົງເພື່ອຄັດເລືອກ 1 ລາງວັນເພັດ, 3 ລາງວັນຄໍາ, 5 ລາງວັນເງິນ. ຄາດວ່າ, Viettel ຈະຈັດຕັ້ງພິທີມອບລາງວັນໃນວັນທີ 15 ຕຸລາ ຈະມາເຖິງ.

ເມື່ອແບ່ງປັນກ່ຽວກັບເລື່ອງ Viettel ຜັນຂະຫຍາຍລາຍການ “ຮັບຟັງເພື່ອພັດທະນາ”, ທ່ານພັນເອກພິເສດ ຮວ່າງເຊີນ, ຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ໂທລະຄົມມະນາຄົມ Viettel ເນັ້ນໜັກວ່າ “ພວກຂ້າພະເຈົ້າຖືຄໍາເຫັນປະກອບແຕ່ລະຄຳຂອງລູກຄ້າແມ່ນຂອງຂວັນອັນລໍ້າຄ່າ. ຍ້ອນເຫດນັ້ນ, ຊຸມປີຜ່ານມາ, Viettel ໄດ້ຄົ້ນຄວ້າ ແລະນໍາເອົາຄໍາເຫັນປະກອບຂອງລູກຄ້ານັບພັນຄໍາເຂົ້າໃນການໝູນໃຊ້ໃນພຶດຕິກຳຕົວຈິງ. ບໍ່ພຽງແຕ່ຊ່ວຍ Viettel ປັບປຸງການບໍລິການໃຫ້ສົມບູນ ແລະນັບມື້ນັບໄດ້ຮັບການພັດທະນາເທົ່ານັ້ນ, ຫາກລູກຄ້າກໍ່ຍັງໄດ້ຮັບການຮັບໃຊ້ເປັນຢ່າງດີກວ່າອີກດ້ວຍຍ້ອນຊີ້ອອກບັນດາຂໍ້ຄົງຄ້າງເພື່ອໃຫ້ພວກຂ້າພະເຈົ້າແກ້ໄຂ”.

ອາດຈະເຫັນໄດ້ວ່າລາຍການຮັບຟັງເພື່ອພັດທະນາ Viettel ໄດ້ປະຕິຮູບ ແລະປ່ຽນແປງໃໝ່ຜ່ານແຕ່ລະປີ. ໃນ 4 ປີແຫ່ງການຜັນຂະຫຍາຍ (ນັບແຕ່ປີ 2014-2017), ລາຍການ “ຮັບຟັງເພື່ອພັດທະນາ” ຂອງ Viettel ໄດ້ຮັບຄໍາເຫັນປະກອບຂອງລູກຄ້ານັບພັນຄໍາ. ໃນນັ້ນ, ມີຫຼາຍຄໍາເຫັນສ່ອງແສງໄດ້ຮັບການຄົ້ນຄວ້າ ແລະໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງ, ຊ່ວຍ Viettel ປັບປຸງຜະລິດຕະພັນ, ການບໍລິການໃຫ້ສົມບູນ ແລະຍົກສູງວຽກງານດູແລລູກຄ້າ.

 

ແປໂດຍ: ຫງວຽນກຸກ