ທີ່ການໂອ້ລົມສົນທະນາ, ທ່ານ ຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາວຽກງານສື່ສານກັບຕ່າງປະເທດສູນກາງ ເນັ້ນໜັກວ່າ, ປັດຈຸບັນບັນດາປະເທດໃນໂລກລ້ວນແຕ່ສ້າງຍຸດທະສາດ ແລະຈັດຕັ້ງບັນດາບັ້ນໂຄສະນາຮູບພາບປະເທດຊາດ, ນໍາໃຊ້ພາຫະນະສື່ມວນຊົນ ຄືດັ່ງເຄື່ອງມືເພື່ອໂຄສະນາບັນດາຄຸນຄ່າດ້ານວັດທະນະທໍາ, ນະໂຍບາຍຂອງລັດ...

leftcenterrightdel
ທ່ານ ຟ້າມວັນລິງ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ. ພາບ: ລິງແອວງ.

ຢູ່ຫວຽດນາມ, ສື່ມວນຊົນໄດ້ປະກອບສ່ວນເຮັດໃຫ້ໂລກມີການປ່ຽນແປງທັດສະນະ, ການຕີລາຄາກ່ຽວກັບຫວຽດນາມ, ຈາກຮູບພາບປະເທດວິລະຊົນໃນສົງຄາມ, ປັດຈຸບັນໄດ້ຮັບຄວາມຮູ້ຈັກວ່າເປັນປະເທດຮັກຫອມສັນຕິພາບ, ດ້ວຍລະບອບການເມືອງໝັ້ນຄົງ, ນະໂຍບາຍພົວພັນຕ່າງປະເທດທີ່ເປີດອົກເປີດໃຈ ແລະພື້ນຖານເສດຖະກິດມີລະດັບການເຕີບໂຕສູງ. ແຕ່ວ່າ, ທ່ານ ຟ້າມວັນລິງ ຖືວ່າ, ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການ, ວຽກງານໂຄສະນາຮູບພາບປະເທດຊາດຜ່ານບັນດາພາຫະນະສື່ມວນຊົນຍັງຈໍາກັດຢູ່. ວຽກງານໂຄສະນາຮູບພາບຂອງປະເທດຊາດອອກສູ່ໂລກຄວນຮັບເອົາບົດຮຽນຈາກພາຍນອກ ແລະເສີມຂະຫຍາຍຄວາມສາມາດພາຍໃນເພື່ອໃຫ້ວຽກງານສື່ສານກັບຕ່າງປະເທດພັດທະນາທັງລວງກວ້າງ ແລະລວງເລິກ.

ແປໂດຍ: ກວຽດເຕິມ