ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນເມື່ອໄດ້ເຫັນປະຈັກຕາລະດັບຄວາມຄືບໜ້າຂອງກຸ່ມບໍລິສັດ Vingroup ໃນການຜະລິດລົດໂອໂຕທີ່ມີເຄື່ອງໝາຍການຄ້າຫວຽດນາມ, ຕີລາຄາສູງຄວາມຕັດສິນໃຈຂອງກຸ່ມບໍລິສັດ Vingroup ແລະຂອງນະຄອນ ຫາຍຟ່ອງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ບັນດາໝາກຜົນເບື້ອງຕົ້ນນີ້ແມ່ນຂ່າວດີຕໍ່ກັບລັດຖະບານ, ກັບນະຄອນ ຫາຍຟ່ອງ ແລະປະຊາຊົນຫວຽດນາມ ເພາະວ່າເປັນເທື່ອທໍາອິດທີ່ພວກເຮົາມີເຄື່ອງໝາຍການຄ້າລົດໂອໂຕຫວຽດນາມ ເຊິ່ງໄດ້ຮັບການຜະລິດຢູ່ພາຍໃນປະເທດ ດ້ວຍເຕັກໂນໂລຢີທັນສະໄໝ. ເມື່ອເນັ້ນໜັກເຖິງເລື່ອງກໍ່ສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ ແມ່ນການກໍານົດທິດສໍາຄັນ, ທ່ານນາຍົກລັດຖະມົນຕີ ຮັບຮູ້ວ່າ, Vingroup ນໍາໜ້າໃນການປະຕິບັດການກໍານົດທິດນີ້, ຜ່ານນັ້ນ, ຊຸກຍູ້ບັນດາບໍລິສັດ, ກົມກອງພາຍໃນປະເທດປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.

ພ້ອມກັນນັ້ນ, VinFast ໄດ້ກໍ່ສ້າງລະບົບນິເວດຜະລິດອຸດສາຫະກໍາສໍາຮອງຢູ່ຫວຽດນາມ, ຄາດຄະເນວ່າຈະສະຫງວນເນື້ອທີ່ ດິນ 70 ເຮັກຕາເພື່ອພັດທະນາອຸດສາຫະກໍາສໍາຮອງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະຕິບັດພິທີການຕັດແຖບຜ້າ ທີ່ພິທີຕ້ອນຮັບກໍາປັ່ນຖ້ຽວທໍາອິດທີ່ມາເຂົ້າທຽບທ່າກໍາປັ່ນ Container ສາກົນຫາຍຟ່ອງ. (HICT). ພາບ: ທົ໋ງເຍີດ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີວາງສີລາລຶກໂຄງການສູນການຄ້າ AEON MALL ຫາຍຟ່ອງ ເລເຈີນ ແລະພິທີຕ້ອນຮັບກໍາປັ່ນຖ້ຽວທໍາອິດທີ່ມາເຂົ້າທຽບທ່າກໍາປັ່ນ Container ສາກົນຫາຍຟ່ອງ (HICT).

ແປໂດຍ: ທູຈາງ