ງານວາງສະແດງສາກົນ VIETBUILD ດານັ້ງ 2018 ໄດ້ດຶງດູດການເຂົ້າຮ່ວມຂອງຫຼາຍກວ່າ 300 ຫົວໜ່ວຍ, ດ້ວຍເກືອບ 1000 ຮ້ານວາງສະແດງ. ໃນນັ້ນມີ 54 ວິສາຫະກິດ, ກຸ່ມບໍລິສັດຕ່າງປະເທດ ທີ່ມາຈາກບັນດາປະເທດ, ພາກພື້ນ ຄື: ເຢັຍລະມັນ, ອາເມລິກາ,  ຍີ່ປຸ່ນ, ມາເລເຊຍ, ໄທ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ອິນໂດເນເຊຍ, ສິງກະໂປ...

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງສາກົນ VIETBUILD ດານັ້ງ 2018. ພາບ: ກີມເງິນ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນວັນຊີງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ເນັ້ນໜັກວ່າ: “ງານວາງສະແດງສາກົນ VIETBUILD  2018 ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການພົວພັນຮ່ວມມືການຄ້າ, ຮ່ວມສໍາພັນການລົງທຶນ, ການຜະລິດ, ການຖ່າຍທອດເຕັກໂນໂລຢີເຕັກນິກທີ່ກ້າວໜ້າ, ຊຸກຍູ້ການພັດທະນາຂອງບັນດາກິດຈະກໍາກໍ່ສ້າງ ແລະບັນດາໂຄງການອະສັງຫາລິມະຊັບ, ມຸ່ງໄປເຖິງການພັດທະນາແບບຍືນຍົງໃນພາລະກິດຫັນປະເທດເປັນປະເທດອຸດສາຫະກໍາ ແລະທັນສະໄໝ”.

leftcenterrightdel
ບັນດາຜູ້ແທນມາຢ້ຽມຊົມຮ້ານວາງສະແດງຂອງບັນດາຫົວໜ່ວຍ, ວິສາຫະກິດ ເຂົ້າຮ່ວມງານວາງສະແດງ. ພາບ: ກີມເງິນ.

ດ້ວຍມາດຖານວ່າ “ການເຊື່ອມໂຍງ-ເຕັກໂນໂລຢີ-ຈຸດສູງສຸດ”, ບັນດາວິສາຫະກິດເຂົ້າຮ່ວມ VIETBUILD  2018 ກໍາແໜ້ນໄດ້ຄວາມຕ້ອງການພັດທະນາຢ່າງແຮງຂອງການເຊື່ອມໂຍງ ແລະພັດທະນາທົ່ວໂລກ ຫວຽດນາມ ກ່ຽວກັບການຄຸ້ມຄອງ-ການຜະລິດຜະລິດຕະພັນວັດສະດຸກໍ່ສ້າງ. ຈາກນັ້ນ, ຜະລິດອອກບັນດາຜະລິດຕະພັນໃໝ່ແນໃສ່ຮັບໃຊ້ໃຫ້ແກ່ບັນດາກິດຈະກໍາຕ່າງໆ, ນໍາມາເຊິ່ງການດຳລົງຊີວິດທີ່ສີວິໄລທັນສະໄໝ, ປະກອບສ່ວນໃຫ້ແກ່ການພັດທະນາສັງຄົມໃຫ້ນັບມື້ນັບ ຈະເລີນຮຸ່ງເຮືອງ.

ງານວາງສະແດງຈະດໍາເນີນຮອດວັນທີ 25 ເມສາ ຈຶ່ງອັດລົງ.

 

ແປໂດຍ: ເຈິ່ນຮວ່ຽນ