ມາຮອດປະຈຸບັນ, ບັນດາວິສາຫະກິດໄດ້ເອົາໃຈໃສ່ເຖິງການພັດທະນາເຄື່ອງໝາຍການຄ້າ. ເຄື່ອງໝາຍການຄ້າຫວຽດນາມ ຫຼາຍເຄື່ອງໝາຍໄດ້ມີຊື່ສຽງຢູ່ຕະຫຼາດສາກົນ.

ຄຸນຄ່າເຄື່ອງໝາຍການຄ້າວິສາຫະກິດຫວຽດນາມ ເພີ່ມຂຶ້ນສູງ

ເມື່ອເວົ້າເຖິງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເຂົາເຈົ້າຄິດເຖິງວິສາຫະກິດແຖວໜ້າກ່ຽວກັບບໍລິການໂທລະຄົມມະນາຄົມ, ຜະລິດເຄື່ອງອຸປະກອນໂທລະຄົມມະນາຄົມ, ນໍາໃຊ້ບັນດາເຕັກໂນໂລຢີທັນສະໄໝທີ່ສຸດໃນໂລກ ແລະໄດ້ແມ່ນວິສາຫະກິດໂທລະຄົມມະນາຄົມລະດັບສາກົນ.

leftcenterrightdel
Vietnam Airlines ແມ່ນໜຶ່ງໃນບັນດາເຄື່ອງໝາຍການຄ້າແຖວໜ້າຂອງຫວຽດນາມ. ພາບ: ຫງອັກມິງ

Viettel, Vinamilk, Vietnam Airlines ບໍ່ພຽງແຕ່ແມ່ນບັນດາຊື່ວິສາຫະກິດເທົ່ານັ້ນ, ຫາກຍັງແມ່ນບັນດາເຄື່ອງໝາຍການຄ້າທີ່ມີມູນຄ່າທີ່ສຸດ. ນີ້ກໍ່ແມ່ນເຫດຜົນຍ້ອນຫຍັງບັນດາວິສາຫະກິດເຫຼົ່ານີ້ລ້ວນແຕ່ມີໜ້າໃນ Top ແຖວໜ້າໃນຕາຕະລາງຈັດອັນດັບ 50 ເຄື່ອງໝາຍການຄ້າມີມູນຄ່າທີ່ສຸດຂອງຫວຽດນາມ ໃນປີ 2017 ໄດ້ຮັບການປຶກສາ ແລະຕີລາຄາກໍານົດລາຄາເຄື່ອງໝາຍການຄ້າແຖວໜ້າໃນໂລກຈາກບໍລິສັດ Brand Finance.

ຕາມຕາຕະລາງຈັດອັນດັບໂດຍ Brand Finance ປະກາດນັ້ນ, ມູນຄ່າທັງໝົດຂອງ 50 ເຄື່ອງໝາຍການຄ້າຫວຽດນາມ ໃນບັນຊີລາຍຊື່ນີ້, Viettel ໄດ້ຮັບການຕີລາຄາວ່າແມ່ນວິສາຫະກິດທີ່ມີຊື່ສຽງແຖວໜ້າຂອງຫວຽດນາມ.

ໃນ Top 500 ເຄື່ອງໝາຍການຄ້າໂທລະຄົມມະນາຄົມໃນໂລກ, Viettel ຖືກຈັດຢູ່ອັນດັບທີ 49, ຢືນອັນດັບທີ 17 ຢູ່ອາຊີ ແລະຢືນອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້. ນີ້ກໍ່ແມ່ນມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດເຊິ່ງແມ່ນໜຶ່ງເຄື່ອງໝາຍການຄ້າ ຫວຽດນາມ ບັນລຸໄດ້ນັບແຕ່ກ່ອນມາຮອດປັດຈຸບັນ.

ໃນໄລຍະຜ່ານມາ, Viettel ມີການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ບັນດາໝາກຜົນການຜະລິດ, ການດໍາເນີນທຸລະກິດ, ການຄົ້ນຄວ້າພັດທະນາຂອງ Viettel ເພີ່ມຂຶ້ນແຮງຢ່າງບໍ່ຢຸດຢັ້ງ. 

ຕ້ອງຮັບຮູ້ກ່ຽວກັບມູນຄ່າຂອງເຄື່ອງໝາຍການຄ້າຢ່າງຄົບຖ້ວນ

ເພື່ອໜູນຊ່ວຍວິສາຫະກິດສ້າງເຄື່ອງໝາຍການຄ້າ, ນັບແຕ່ປີ 2003, ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານໂຄງການເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ. ໃນໄລຍະ 15 ປີຜ່ານມາ, ກະຊວງອຸດສາຫະກໍາ ແລະການຄ້າ ແມ່ນອົງການປະຈໍາການປະສານງານກັບບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍວິສາຫະກິດກໍ່ສ້າງກຳລັງຄວາມສາມາດພັດທະນາເຄື່ອງໝາຍການຄ້າຜ່ານບັນດາການເຄື່ອນໄຫວບໍາລຸງສ້າງ, ໃຫ້ຄຳປຶກສາ ແລະໂຄສະນາ, ເພື່ອແນໃສ່ຍົກສູງລະດັບການຜະລິດ, ການດໍາເນີນທຸລະກິດ ແລະກຳລັງຄວາມສາມາດໃນການແກ່ງແຍ້ງຂອງຜະລິດຕະພັນ, ພັດທະນາການສົ່ງອອກ, ເປີດກວ້າງຕະຫຼາດພາຍໃນເປັນພື້ນຖານເພື່ອສ້າງເຄື່ອງໝາຍການຄ້າແຫ່ງຊາດ.

ຕາມທ່ານ ໂດກິມລາງ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະການຄ້າ, ຜະລິດຕະພັນກະເສດແມ່ນແບບຢ່າງ, ວົງເງິນການຄ້າສົ່ງອອກປະເພດສິນຄ້າເຫຼົ່ານີ້ເພີ່ມຂຶ້ນໃນແຕ່ລະປີ. ເຖິງຢ່າງໃດກໍ່ຕາມ, ຢູ່ຕະຫຼາດຕ່າງປະເທດ, ບັນດາຜະລິດຕະພັນເຫຼົ່ານີ້ພຽງແຕ່ໄດ້ລະບຸແຫຼ່ງທີ່ມາຈາກຫວຽດນາມ ເທົ່ານັ້ນ, ຫາກຍັງບໍ່ທັນໄດ້ຕິດເຄື່ອງໝາຍການຄ້າຢ່າງລະອຽດເທື່ອ.

ສະນັ້ນ, ໃນໄລຍະຈະມາເຖິງ, ໂຄງການເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ສືບຕໍ່ໜູນຊ່ວຍບັນດາວິສາຫະກິດເພື່ອບັນລຸໄດ້ມາດຕະຖານແຫ່ງຊາດ; ເຂົ້າຮ່ວມບັນດາລາຍການສົ່ງເສີມການຄ້າແຫ່ງຊາດ; ພ້ອມທັງໄດ້ຮັບການໜູນຊ່ວຍ, ໂຄສະນາ, ສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫຼາດ; ເຂົ້າຮ່ວມບັນດາຊຸດຍົກສູງທັກສະພັດທະນາເຄື່ອງໝາຍການຄ້າ...

ຄາດວ່າ, ກົມສົ່ງເສີມການຄ້າຈະສົມທົບ, ໜູນຊ່ວຍສ້າງເຄື່ອງໝາຍການຄ້າໃຫ້ບາງຂະແໜງສິນຄ້າທີ່ມີທ່າແຮງ, ມີວົງເງິນການຄ້າສົ່ງອອກທີ່ດີ, ຄື: ກຸ້ງ, ປາຈາ ແລະປາບາຊາ. ພ້ອມທັງຮຽບຮຽງແຈ້ງການແນະນໍາທີ່ກ່ຽວຂ້ອງເຖິງຂົງເຂດສົ່ງເສີມການຄ້າເພື່ອສ້າງ ແລະຄຸ້ມຄອງເຄື່ອງໝາຍການຄ້າໃຫ້ດີທີ່ສຸດ.

ນັກຊ່ຽວຊານຫຼາຍທ່ານຖືວ່າ, ເພື່ອສ້າງເຄື່ອງໝາຍການຄ້າໃຫ້ສໍາເລັດນັ້ນ, ຄຽງຂ້າງການໜູນຊ່ວຍຈາກລັດແລ້ວ, ວິສາຫະກິດຕ້ອງຮັບຮູ້ກ່ຽວກັບມູນຄ່າເຄື່ອງໝາຍການຄ້າຢ່າງຄົບຖ້ວນ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງວັດທະນະທໍາ, ຄຸນສົມບັດດໍາເນີນທຸລະກິດ, ຍົກເລີກການກະທໍາສໍ້ໂກງການຄ້າ ແລະຮ່ວມສຳພັນພ້ອມກັນມຸ່ງໄປເຖິງເປົ້າໝາຍລວມ, ຍົກລະດັບເຄື່ອງໝາຍການຄ້າຫວຽດນາມ ໃນແຜນທີ່ໂລກ.

 

ແປໂດຍ: ເກື່ອງດັ້ງ