ບັນດາຜະລິດຕະພັນ, ການບໍລິການໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານໂດຍ Viettel ແນະນໍາຢູ່ງານວາງສະແດງ ແລະໄດ້ມີລູກຄ້າຫຼາຍຄົນ, ຄູ່ຮ່ວມມືຫຼາຍຄູ່ມີຄວາມສົນໃຈ, ມາຢ້ຽມຊົມ, ແລກປ່ຽນຮ່ວມມື.  ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຳພາດທ່ານພັນເອກ ຕ່າວດຶກທັ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel, ກ່ຽວຂ້ອງເຖິງເລື່ອງ Viettel ມີໜ້າຢູ່ເຫດການປະຈໍາປີໃຫຍ່ທີ່ສຸດຂອງຂະແໜງໂທລະສັບມືຖືໂລກ ຄັ້ງທີ 4.

ນັກຂ່າວ: ພາຍຫຼັງ 4 ປີເຂົ້າຮ່ວມງານວາງສະແດງ, ທ່ານສາມາດໃຫ້ຮູ້ວ່າສານຂອງ Viettel ເຂົ້າຮ່ວມການຈັດຕັ້ງຮ້ານວາງສະແດງຢູ່ກອງປະຊຸມ Mobile World Congress 2018 (MWC 2018)?

ທ່ານພັນເອກ ຕ່າວດຶກທັ໋ງ: ດ້ວຍຫົວຂໍ້ MWC 2018 ແມ່ນ “ສ້າງອະນາຄົດທີ່ດີງາມກວ່າ (Creating a better future). ນີ້ກໍ່ແມ່ນເປົ້າໝາຍເຊິ່ງ Viettel ຍາມໃດກໍ່ມຸ່ງໄປເຖິງການປະດິດສ້າງເພື່ອມະນຸດ. ຍ້ອນເຫດນັ້ນ, ບັນດາຜະລິດຕະພັນຂອງ Viettel ຈຶ່ງໄດ້ອອກແບບມາຈາກຄວາມເອົາໃຈໃສ່, ເຂົ້າໃຈຢ່າງເລິກເຊິ່ງ ແລະຫັນເປັນບຸກຄົນຕາມຄວາມຕ້ອງການຂອງແຕ່ລະເປົ້າໝາຍຂອງລູກຄ້າ, ຊ່ວຍເຂົາເຈົາມີຊີວິດນັບມື້ນັບມີຄວາມສະດວກ ແລະດີກວ່າ”. ເມື່ອແນະນໍາບັນດາຜະລິດຕະພັນ, ມາດຕະການຢູ່ MWC 2018, Viettel ປາດຖະໜາຢາກນໍາມາເຊິ່ງມູມມອງອື່ນກ່ຽວກັບການປະຕິວັດອຸດສາຫະກໍາ 4.0”.

leftcenterrightdel
ທ່ານພັນເອກ ຕ່າວດຶກທັ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາ ຄົມກອງທັບ (Viettel). ພາບ: qdnd.vn.

ນັກຂ່າວ: Viettel ໄດ້ແນະນໍາບັນດາຜະລິດຕະພັນໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານຫຍັງຢູ່ກອງປະຊຸມ?

ທ່ານພັນເອກ ຕ່າວດຶກທັ໋ງ: Viettel ນຳມາວາງສະແດງ 8 ຜະລິດຕະພັນ, ການບໍລິການທີ່ພົ້ນເດັ່ນໂດຍ Viettel ຄົ້ນຄວ້າດ້ວຍການພັດທະນາຕົນເອງ, ໄດ້ຜັນຂະຫຍາຍສໍາເລັດຢູ່ຫວຽດນາມ ແລະຕະຫຼາດສາກົນຫຼາຍແຫ່ງ. ບັນດາຜະລິດຕະພັນສັງກັດ 3 ກຸ່ມຂົງເຂດ-ກຸ່ມຄົ້ນຄວ້າຜະລິດ ລວມມີ: ລະບົບຄິດໄລ່ເວລາ vOCS 3.0; ລະບົບຕິດຕາມກວດກາຄຸນນະພາບເຄືອຂ່າຍໂທລະສັບມືຖື Data Monitoring. ກຸ່ມມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ລວມມີ: ການບໍລິການ Bankplus, VR (ການທ່ອງທ່ຽວຄືຄວາມເປັນຈິງ) ແລະສື່ສັງຄົມສຳລັບການຮໍ່າຮຽນຜ່ານທາງອິນເຕີແນັດ Viettel. ກຸ່ມຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ລວມມີ: ລະບົບຄົ້ນພົບເຄືອຂ່າຍໂທລະຄົມມະນາຄົມຜິດປົກກະຕິ (TAD); ມາດຕະການຮັກສາຄວາມລັບ Viettel Mobile Security (VMS) ແລະ Viettel Cloud Security.

ນັກຂ່າວ: ປະຊາຄົມສາກົນມີຄວາມສົນໃຈ ແລະຕີລາຄາຄືແນວໃດກ່ຽວກັບຮ້ານວາງສະແດງຂອງ Viettel ຢູ່ກອງປະຊຸມ ຄັ້ງນີ້?

ທ່ານພັນເອກ ຕ່າວດຶກທັ໋ງ: ການອອກແບບຮ້ານວາງສະແດງຂອງ Viettel ປີ 2018 ແມ່ນເລີ່ມຈາກຮູບພາບ “ກຸບຫວຽດນາມ”, ນີ້ທັງເປັນສັນຍາລັກໃຫ້ວັດທະນະທໍາຫວຽດນາມ, ທັງຮັບປະກັນປັດໄຈເຕັກໂນໂລຢີ, ການປະດິດສ້າງເພື່ອແນະນໍາກ່ຽວກັບ Viettel – ຕົວແທນໜຶ່ງດຽວຂອງຫວຽດນາມ ຢູ່ທີ່ນີ້.

leftcenterrightdel
ຄູ່ຮ່ວມມື, ລູກຄ້າສາກົນແລກປ່ຽນກັບການນໍາກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງ ທັບ (Viettel). ພາບ: ມາຍເຮືອງ.

ນັກຂ່າວ: ສິ່ງປະທັບໃຈທີ່ສຸດສໍາລັບທ່ານຢູ່ກອງປະຊຸມຄັ້ງນີ້ແມ່ນຫຍັງ?

ທ່ານພັນເອກ ຕ່າວດຶກທັ໋ງ: ນີ້ແມ່ນໜຶ່ງໃນ 3 ກອງປະຊຸມກ່ຽວກັບໂທລະສັບມືຖືດ້ວຍການເຂົ້າຮ່ວມຂອງບັນດາກຸ່ມລວມມີ: ບັນດາບໍລິສັດໂທລະຄົມມະນາຄົມ, ນະໂຍບາຍ, ບັນດາອົງການໂທລະຄົມມະນາຄົມຂອງໂລກ, ບ່ອນພົບປະຂອງລູກຄ້າກັບບັນດາບໍລິສັດ. ກອງປະຊຸມປີນີ້ດ້ວຍຫົວຂໍ້ສ້າງອະນາຄົດທີ່ດີງາມກວ່າ. ບັນດານັກປະດິດສ້າງໄດ້ສ້າງອອກບັນດາຜະລິດຕະພັນເຕັກໂນໂລຢີເຂົາເຈົາໄດ້ເຊີດຊູຄວາມຮັບຜິດຊອບຕໍ່ສັງຄົມ. ນອກຈາກບັນຫາກ່ຽວກັບກໍາໄລແລ້ວ, ບັນດາກຸ່ມເຂົ້າຮ່ວມຍັງໄດ້ເຊີດຊູການປະກອບສ່ວນເພື່ອສ້າງສັງຄົມສະຫຼາດ ແລະດີງາມກວ່າ.

leftcenterrightdel
ຮ້ານວາງສະແດງຂອງ Viettel ຢູ່ກອງປະຊຸມ Mobile World Congress 2018 (MWC 2018). ພາບ: ມາຍເຮືອງ

ນັກຂ່າວ: ຮຽນທ່ານ ໝາກຜົນໃຫຍ່ສຸດເຊິ່ງ Viettel ຮັບໄດ້ຢູ່ກອງປະຊຸມແມ່ນຫຍັງ?

ທ່ານພັນເອກ ຕ່າວດຶກທັ໋ງ: ການເຂົ້າຮ່ວມກອງປະຊຸມດ້ວຍເປົ້າໝາຍແມ່ນແນະນໍາບັນດາກຸ່ມຜະລິດຕະພັນ, ເປີດກວ້າງຕະຫຼາດອອກສູ່ຕ່າງປະເທດ, ຊອກຮູ້ບັນດາມາດຕະການເຕັກໂນໂລຢີ ແລະວິທີໝູນໃຊ້ເພື່ອທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ, ທັງໄດ້ຮັບເຕັກໂນໂລຢີດີກວ່າ. ເລື່ອງຮັກສາການເຂົ້າຮ່ວມກອງປະຊຸມຍັງແມ່ນໂອກາດເພື່ອແນະນໍາ Viettel ເວົ້າສະເພາະ ແລະຫວຽດນາມ ເວົ້າລວມກັບເພື່ອນມິດໃນໂລກ.

ໝາກຜົນໃຫຍ່ສຸດເຊິ່ງ Viettel ຮັບໄດ້ຢູ່ກອງປະຊຸມນັ້ນແມ່ນ: ໄດ້ແນະນໍາຜະລິດຕະພັນກັບບັນດາປະເທດ, ໄດ້ພົບປະກັບບັນດາຄູ່ຮ່ວມມືເຊິ່ງ Viettel ໄດ້ໝັ້ນໝາຍກ່ອນໜ້ານັ້ນເພື່ອແນະນໍາ ແລະແບ່ງປັນຜະລິດຕະພັນຂອງ Viettel, ກຸ່ມຜະລິດຕະພັນທີ່ກ່ຽວຂ້ອງເຖິງບັນຫາຮັກສາຄວາມລັບ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດແມ່ນບັນດາຜະລິດຕະພັນມີລັກສະນະໝູນໃຊ້ສູງທີ່ສຸດໃຫ້ຜູ້ຊົມໃຊ້ ແລະໄດ້ຮັບຄວາມສົນໃຈຢູ່ກອງປະຊຸມ.

ນັກຂ່າວຂອບໃຈທ່ານ!

 

ແປໂດຍ: ເຈິ່ນຮວ່ຽນ