ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ທ່ານພົນຈັດຕະວາ ຫງວຽນແມ້ງຮຸ່ງ, ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ Viettel ໃຫ້ຮູ້ວ່າ, Viettel ຄວບຄຸມລາຍຮັບແຕ່ລະວັນຂອງພະນັກງານຂາຍເຄື່ອງນັບຫຼາຍໝື່ນຄົນຢູ່ທຸກຕະຫຼາດໃນທົ່ວໂລກ.

ອຸດົມຮັ່ງມີຍ້ອນອີງໃສ່ຫວຽດນາມ

ຢູ່ຕັງຊານີ, Viettel ພົ້ນເດັ່ນຂຶ້ນດ້ວຍເຄື່ອງໝາຍການຄ້າ Halotel. ອ້າຍ ຫວູຮຸຍທຽມ, ຜູ້ອໍານວຍການ Halotel ສາຂາຢູ່ເກາະ Zanzibar, ເຮັດວຽກຢູ່ທີ່ນີ້ເປັນເວລາ 6 ປີ, ໃຫ້ຮູ້ວ່າ: ເມື່ອເວົ້າເຖິງ Halotel ປະຊາຊົນຢູ່ທີ່ນີ້ກໍ່ເຕື້ອງເຖິງຫວຽດນາມ. ໃນເມື່ອກ່ອນ, ໃນໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມແຕ່ ຕັງຊານີ ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ ທັງດ້ານຈິດໃຈ ແລະວັດຖຸ. ປະຈຸບັນ, Viettel ໄດ້ລົງທຶນເຂົ້າ ຕັງຊານີ, ຊ່ວຍປະເທດນີ້ກະຈາຍສັນຍານໂທລະຄົມມະນາຄົມໄປທົ່ວ 90% ເນື້ອທີ່ຕັງຊານີ. ບໍລິສັດການຄ້າ Viettel ໄດ້ເກັບຊື້ ແລະສົ່ງອອກຜະລິດຕະພັນກະເສດຕົ້ນຕໍຈຳນວນໜຶ່ງຂອງປະເທດນີ້. ທ່ານເຈົ້າແຂວງ Mtwara ຢູ່ພາກໃຕ້ຕັງຊານີ ເຄີຍເວົ້າກັບທ່ານນາງ ຫງວຽນທິກິມແອວງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຕັງຊານີ ວ່າ: “ແຂວງຂອງພວກຂ້າພະເຈົ້າໄດ້ອຸດົມຮັ່ງມີຂຶ້ນແມ່ນຍ້ອນອີງໃສ່ຫວຽດນາມ”.

leftcenterrightdel
Halotel ໄດ້ກະຈາຍສັນຍານບໍລິການໂທລະຄົມມະນາຄົມເຖິງບັນດາໝູ່ບ້ານຂອງ ຕັງຊານີ. ພາບ: ຫງວຽນຖຸຍ.

ພາຍໃນໄລຍະສັ້ນໆເທົ່ານັ້ນ, ແຕ່ Viettel ໄດ້ລົງທຶນກໍ່ສ້າງເຄືອຂ່າຍພື້ນຖານໂຄງລ່າງໂທລະຄົມມະນາຄົມດ້ວຍສະຖານີກະຈາຍສັນຍານ BTS 2.500 ແຫ່ງ ແລະສາຍກາບໃຍແສງ 18.000 ກມ ກະຈາຍສັນຍານເຖິງແຕ່ລະຕາແສງ. ໄລ່ຮອດກາງປີ 2017, ຈໍານວນເບີໂທລະສັບມືຖືບັນລຸໄດ້ປະມານ 3,5 ລ້ານເບີ.

ທີ່ການເຮັດວຽກໃນຂອບເຂດການຢ້ຽມຢາມ ຕັງຊານີ ຂອງຄະນະປະຕິບັດງານສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ນໍາໜ້າໃນເດືອນ ເມສາ 2018 ຫວ່າງແລ້ວນີ້, ທ່ານ ເລວັນດ້າຍ, ຜູ້ອໍານວຍການໃຫຍ່ Viettel Tanzania ໃຫ້ຮູ້ວ່າ, ລາຍຮັບຂອງ Halotel ໃນ 2017 ແມ່ນ 107,7 ລ້ານໂດລາສະຫະລັດ, ເຕີບໂຕ 48% ເມື່ອທຽບໃສ່ລາຍຮັບ 72,7 ລ້ານໂດລາສະຫະລັດຂອງປີ 2016, ປີທໍາອິດທີ່ເປີດນຳໃຊ້ລະບົບ.

ການເຕີບໂຕເສດຖະກິດຕິດພັນກັບຄວາມຮັບຜິດຊອບດ້ານສັງຄົມ

Halotel ໄດ້ສໍາເລັດການກະຈາຍສັນຍານເຖິງ 3.100 ໝູ່ບ້ານ, ຄາດວ່າຮອດເດືອນ ສິງຫາ 2018 ຈະກະຈາຍສັນຍານໄປທົ່ວ 4.000 ໝູ່ບ້ານຢູ່ເຂດຫ່າງໄກສອກຫຼີກ. Halotel ກໍ່ໄດ້ຜັນຂະຫຍາຍ ແລະມອບ-ສົ່ງສາຍສົ່ງອິນເຕີແນັດ ຕາມຄໍາໝັ້ນສັນຍາກັບລັດຖະບານ ຕັງຊານີ ໃນໄລຍະທີ 1, ສະໜອງການບໍລິການອິນເຕີແນັດໂດຍບໍ່ເສຍຄ່າໃຫ້ 450 ໂຮງຮຽນໃນ 3 ປີ (ແຕ່ປີ 2015 - 2018).

leftcenterrightdel
ເຄືອຂ່າຍອິນເຕີແນັດ Halotel ໄດ້ມາເຖິງປະຊາຊົນທຸກຄົນຂອງ ຕັງຊານີ. ພາບ: ມາຍເລ-ວັນຟອງ.

Viettel Tanzania ໄດ້ສ້າງວຽກເຮັດງານທໍາໃຫ້ພະນັກງານເກືອບ 1.500 ຄົນ, ເປັນຕົ້ນແມ່ນຊາວທ້ອງຖິ່ນ ແລະຜູ້ອອກແຮງງານທາງອ້ອມກວ່າ 5 ໝື່ນຄົນ. ຍ້ອນລະດັບການເຕີບໂຕບຸກທະລຸນັ້ນ Viettel Tanzania ໄດ້ຮັບການເລືອກເຟັ້ນເປັນ “ວິສາຫະກິດເຕີບໂຕໄວທີ່ສຸດຂອງປີ” ແລະ “ວິສາຫະກິດໂທລະຄົມມະນາຄົມຂອງປີ” ໃນລາງວັນ “Tanzania Leadership Award 2016”.

ສືບຕໍ່ບັນດາຜົນງານກ່ອນໜ້ານັ້ນ, ປີ 2017, Viettel Tanzania-Halotel ໄດ້ຮັບການເຊີດຊູເປັນ “ວິສາຫະກິດເຕີບໂຕໄວທີ່ສຸດຢູ່ເຂດຕາເວັນອອກກາງ ແລະອາຟະລິກາ” ແລະລາງວັນດຳເນີນທຸລະກິດສາກົນ  “Stevie Awards 2017” ທີ່ຈັດຕັ້ງຢູ່ ແອັດສະປາຍ.

ຄຽງຂ້າງນັ້ນ, Viettel Tanzania ຍັງມີການເຄື່ອນໄຫວທາງສັງຄົມຫຼາຍຢ່າງ, ອຸປະຖໍາ, ໜູູນຊ່ວຍລັດຖະບານດ້ວຍລວມຍອດມູນຄ່າໄລ່ຮອດທ້າຍປີ 2016 ແມ່ນກວ່າ 130.000 ໂດລາສະຫະລັດ...

ນອກຈາກຜັນຂະຫຍາຍໂຄງການໂທລະຄົມມະນາຄົມ, ບໍລິສັດ Viettel Tanzania ໄດ້ເຂົ້າຮ່ວມ ແລະອຸປະຖໍາໃຫ້ການເຄື່ອນໄຫວທາງສັງຄົມຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຕັງຊານີ ເວົ້າສະເພາະ, ສາຍພົວພັນສອງປະເທດຫວຽດນາມ-ຕັງຊານີ ເວົ້າລວມ.

ກໍ່ໃນການເຮັດວຽກກັບບໍລິສັດ Viettel Tanzania, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໄດ້ຍ້ອງຍໍບັນດາຜົນງານເຊິ່ງບໍລິສັດບັນລຸໄດ້; ພ້ອມທັງເນັ້ນໜັກວ່າບັນດາຜົນງານດັ່ງກ່າວໄດ້ເຮັດໃຫ້ຮູບພາບຂອງວິສາຫະກິດກອງທັບໃນດ້ານເສດຖະກິດມີຄວາມສວຍງາມຕື່ມອີກ, ປະກອບສ່ວນຮັດແໜ້ນຄວາມສາມັກຄີສາກົນ...

ກາໝາຍຂອງ Halotel ແມ່ນແສງລັດສະໝີທີ່ຮຸ່ງເຮືອງເຫຼືອງເຫຼື້ອມ (halo), ສະແດງໃຫ້ເຫັນຈິດໃຈອອກແຮງງານ, ປະດິດສ້າງ ແລະການພັດທະນາຂອງ Viettel  ສົມກັບວັດທະນະທໍາຂອງວິສາຫະກິດກອງທັບທີ່ມີຊື່ສຽງນີ້.

ແປໂດຍ: ຫງວຽນກຸກ