ນີ້ກໍ່ແມ່ນໜຶ່ງໃນບັນດາທິດທາງທີ່ແຕກຕ່າງກັນ, ຊ່ວຍໃຫ້ Mocha ຢັ້ງຢືນຖານະບົດບາດຂອງການໝູນໃຊ້ OTT ໜຶ່ງດຽວຢູ່ຫວຽດນາມ ທີ່ສະໜອງໃຫ້ສາງເນື້ອໃນດີຈີຕອນບັນເທິງທີ່ເປັນເອກະລັກສະເພາະ ລວມມີ: Video, ຮູບເງົາ, ດົນຕີ... ຄຽງຂ້າງບັນດາຄຸນລັກສະນະ ຄື: ໂທອອກ, ສົ່ງຂໍ້ຄວາມ, video call ໂດຍບໍ່ເສຍຄ່າ.

ນີ້ແມ່ນທ່າອ່ຽງພັດທະນານໍາມາເຊິ່ງຜົນປະໂຫຍດຕັ້ງໜ້າຫຼາຍຢ່າງ, ຊ່ວຍຊີວິດການເປັນຢູ່ດ້ານຈິດໃຈໃຫ້ໄວໜຸ່ມນັບມື້ນັບມີຄວາມອຸດົມສົມບູນ, ທັງແມ່ນໂອກາດເພີ່ມລາຍຮັບໃຫ້ແກ່ໄວໜຸ່ມຜູ້ມີຄວາມສາມາດປະດິດຄິດສ້າງ ແລະມີພິບໄຫວດ້ານເຕັກໂນໂລຢີ. ດ້ວຍເລື່ອງສະເໜີຕົວພື້ນຖານ Video ໃໝ່, ຈ່າຍເງິນໃຫ້ເຈົ້າຂອງ Video ໂດຍອີງໃສ່ຜູ້ຊົມແຕ່ລະເທື່ອນັ້ນ, Mocha ຈະສ້າງແຫຼ່ງລາຍຮັບເປັນປະຈຳໃຫ້ແກ່ບັນດາເພື່ອນທີ່ມັກຖ່າຍທຳ Video.

leftcenterrightdel
ທ່ານ ຫວໍແທງຫາຍ, ຜູ້ອໍານວຍການບໍລິສັດໂທລະຄົມມະນາຄົມ Viettel ແບ່ງປັນກ່ຽວກັບບັນດາຄຸນລັກສະນະໃໝ່ຂອງບໍລິການ Mocha. ພາບ: qdnd.vn.

ປັດຈຸບັນ, Video ທີ່ໄດ້ຮັບຄວາມຄອງຄອຍທີ່ສຸດຢູ່ Mocha ແມ່ນ clip ຊວນຫົວ, vlog, ຮູບເງົາສັ້ນ, ດົນຕີລອກແບບ...

Mocha ຈັດຕັ້ງການແຂ່ງຂັນຖ່າຍທຳ Video  ໃນເດືອນ ພຶດສະພາ ປີ 2018 ດ້ວຍລາງວັນທັງໝົດລວມມູນຄ່າ 400 ລ້ານດົ່ງ. ລະບຽບການແຂ່ງຂັນຢູ່ລະຫັດເວັບໄຊ: http://cuocthi.mocha.com.vn.

 

ແປໂດຍ: ທູຈາງ