leftcenterrightdel
                           ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: dangcongsan.vn.

ນີ້ແມ່ນກອງປະຊຸມສໍາມະນາວິທະຍາສາດຄັ້ງທໍາອິດຢູ່ຫວຽດນາມ ກ່ຽວກັບການສື່ສານນະໂຍບາຍປະກັນສັງຄົມ ແລະປະກັນສຸຂະພາບ ມີການເຂົ້າຮ່ວມຂອງສາມວົງການວິຊາສະເພາະແມ່ນ: ນັກຄຸ້ມຄອງ ແລະບໍລິຫານການປະຕິບັດນະໂຍບາຍປະກັນສັງຄົມ ແລະປະກັນສຸຂະພາບ; ນັກຄົ້ນຄວ້າ ແລະບໍາລຸງສ້າງສື່ມວນຊົນ-ສື່ສານ; ບັນດານັກຂ່າວ.

leftcenterrightdel
            ບັນດາຜູ້ແທນປຶກສາຫາລືຢູ່ກອງປະຊຸມສໍາມະນາ. ພາບ: kinhtedothi.vn.

ກອງປະຊຸມສໍາມະນາສ້າງຂອບເຂດເຈລະຈາ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍສື່ສານກ່ຽວກັບນະໂຍບາຍປະກັນສັງຄົມ ແລະປະກັນສຸຂະພາບ ໃນໄລຍະຈະມາເຖິງ; ເພື່ອສູ້ຊົນຮອດປີ 2020 ຈະມີ 50% ຈໍານວນຜູ້ອອກແຮງງານເຂົ້າຮ່ວມປະກັນສັງຄົມ, 35% ຈໍານວນຜູ້ອອກແຮງງານເຂົ້າປະກັນແບບສະໝັກ ແລະ 90% ຈໍານວນປະຊາກອນເຂົ້າຮ່ວມປະກັນສຸຂະພາບ.

 

ແປໂດຍ: ຫງວຽນກຸກ