ກ່ອນໜ້ານັ້ນ, ໃນເວລາ  20 ໂມງ 30 ນາທີ ວັນທີ 14 ເມສາ, ຢູ່ບັນດາເມືອງ: ຮ້າລາງ, ຮວ່າອານ, ກວ້າງອຽວນ ຂຶ້ນກັບແຂວງກາວບັ່ງ ໄດ້ເກີດຂຶ້ນຝົນຕົກໜັກ ແລະມີຝົນໝາກເຫັບຕົກເຮັດໃຫ້ເຮືອນຊານຂອງປະຊາຊົນ 732 ຫຼັງຖືກເປ່ເພ ແລະທີ່ດິນປູກຝັງກວ່າ 600 ເຮັກຕາຖືກເສຍຫາຍ. ພາຍຫຼັງເກີດເຫດ, ກອງບັນຊາການທະຫານແຂວງ ໄດ້ເປັນເສນາທິການກັບອໍານາດການປົກຄອງທ້ອງຖິ່ນລະດົມພະນັກງານ, ນັກຮົບຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ.

leftcenterrightdel
ທະຫານ ແລະທະຫານລາດ ພວມມຸງຫຼັງຄາຄືນໃຫ້ຄອບຄົວທ່ານ ກ່າວັນຈຸງ, ຢູ່ບ້ານ ນ່າກ່າ, ຕາແສງ ຊວນລາ, ເມືອງ ປາກນໍ້າ (ແຂວງ ບັກກ້ານ). ພາບ: ກີມເຕີບ

ຕໍ່ຈາກນັ້ນ, ໃນເວລາ 21 ໂມງ 30 ນາທີ ວັນດຽວກັນ, ຢູ່ບັນດາເມືອງ ບາເບ໊, ເຈີ້ດົ່ນ, ປາກນໍ້າ ຂຶ້ນກັບແຂວງບັກກ້ານ ກໍ່ເກີດຂຶ້ນຝົນຕົກໜັກ ແລະມີຝົນໝາກເຫັບຕົກເຊັ່ນດຽວກັນເຮັດໃຫ້ເຮືອນຊານ ກວ່າ 1.070 ຫຼັງຖືກເປ່ເພ ແລະທີ່ດິນປູກຝັງ 220 ເຮັກຕາ ຖືກເສຍຫາຍ. ທ່ານພັນເອກພິເສດ ຈ້ຽວວັນເທີບ, ຮອງຫົວໜ້າຜູ້ບັນຊາການ ກອງບັນຊາການທະຫານແຂວງ ບັກກ້ານ ໃຫ້ຮູ້ວ່າ: ພາຍຫຼັງເກີດເຫດໄພພິບັດ, ກອງບັນຊາການທະຫານແຂວງ ໄດ້ລະດົມບັນດາພະນັກງານ, ນັກຮົບພ້ອມກັບພາຫະນະຫຼາຍຢ່າງ ເຂົ້າຮ່ວມຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ.

ມາຮອດທ້າຍວັນທີ 15 ເມສາ, ມີເຮືອນຂອງປະຊາຊົນຫຼາຍຫຼັງຂຶ້ນກັບທັງສອງແຂວງ ໄດ້ມຸງຫຼັງຄາຄືນໃໝ່.

 

ແປໂດຍ: ທູຈາງ