ກ່າວຄໍາເຫັນທີ່ກອງປະຊຸມ, ເນັ້ນໜັກຄວາມສໍາຄັນຂອງການຊຸກຍູ້ການຮ່ວມມືກັບອີຢູ, ຄູ່ຮ່ວມມືສໍາຄັນແຖວໜ້າທີ່ມີລັກສະນະຍຸດທະສາດຂອງຫວຽດນາມໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຊີ້ໃຫ້ເຫັນບາງດ້ານທີ່ຍັງຈໍາກັດ, ຄົງຂ້າງ ຄື: ເລື່ອງ ອີຢູ ກ່າວເຕືອນ “ບັດເຫຼືອງ” ສໍາລັບສິນທະເລສົ່ງອອກຂອງຫວຽດນາມ ຫຼື ບາງຂໍ້ຄົງຂ້າງກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ລະບຽບການບໍລິຫານ ເຊິ່ງບັນດາກະຊວງ, ຂະແໜງການຕ້ອງສຸມໃສ່ແກ້ໄຂ, ສ້າງເງື່ອນໄຂອໍານວຍຄວາມສະດວກກວ່າອີກ ເພື່ອຊຸກຍູ້ການຄ້າ, ການລົງທຶນຫວຽດນາມ-ອີຢູ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຫວຽດນາມ-ອີຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ນໍາບັນດາກະຊວງສຸມໃສ່ເຮັດວຽກກັບບັນດາອົງການຂອງ ອີຢູ ເພື່ອຍູ້ໄວຄວາມຄືບໜ້າໃນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA). ຈາກນັ້ນ, ເປີດສະພາບແວດລ້ອມແຫ່ງການຮ່ວມມືໃຫ້ກວ້າງໃຫຍ່ກວ່າເກົ່າ, ສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າຫວຽດນາມ-ອີຢູ.

ແປໂດຍ: ຮວ່າງເຈື່ອງ