ຕອບ: ຕາມແຈ້ງການຮ່ວມ ເລກທີ 56/2017/TT-BYT ລົງວັນທີ 29 ທັນວາ 2017 ຂອງກະຊວງສາທາລະນະສຸກ ໄດ້ກໍານົດລາຍລະອຽດກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ແລະກົດໝາຍວ່າດ້ວຍຄວາມປອດໄພ ແລະສຸຂະອະນາໄມແຮງງານໃນຂົງເຂດການແພດ. ຕາມນັ້ນແລ້ວ, ບັນດາພະຍາດໄດ້ຊົມໃຊ້ລະບອບປະກັນສັງຄົມເທື່ອໜຶ່ງລວມມີ:

1. ມະເຮັງ, ເປ້ຍລ່ອຍ, ຕັບແຂງ, ໂລກຂີ້ທູດ, ພະຍາດປອດແຫ້ງ, ຕິດເຊື້ອພະຍາດ HIV / AIDS, ພ້ອມທັງທີ່ບໍ່ສາມາດໄປມາ, ນຸ່ງເຄື່ອງ, ເຮັດອະນາໄມສ່ວນຕົວໄດ້ແຕ່ຕ້ອງການມີຄົນຕິດຕາມ, ຊ່ວຍເຫຼືອ, ເບິ່ງແຍງດູແລທຸກຢ່າງ.

leftcenterrightdel
ທ່ານໝໍປິ່ນປົວໃຫ້ຄົນເຈັບ. ພາບ: ທຸຍກວິ່ງ.

2. ນອກຈາກບັນດາພະຍາດທີ່ໄດ້ກໍານົດໃນຂໍ້ 1 ຂອງມາດຕານີ້ແລ້ວ, ບັນດາພະຍາດທີ່ມີລະດັບຫຼຸດຜ່ອນຄວາມສາມາດອອກແຮງງານ ຫຼື ລະດັບພິການຈາກ 81% ຂຶ້ນໄປ ແລະບໍ່ສາມາດຄວບຄຸມຕົນເອງໄດ້ ຫຼື ທີ່ບໍ່ສາມາດໄປມາ, ນຸ່ງເຄື່ອງ, ເຮັດອະນາໄມສ່ວນຕົວໄດ້ແຕ່ຕ້ອງການມີຄົນຕິດຕາມ, ຊ່ວຍເຫຼືອ, ເບິ່ງແຍງດູແລທຸກຢ່າງ.

 

ແປໂດຍ: ເກື່ອງດັ້ງ