2 ງານວາງສະແດງລວມມີ: ງານວາງສະແດງສາກົນກ່ຽວກັບຂະແໜງປຸງແຕ່ງ ແລະຫຸ້ມຫໍ່ສະບຽງອາຫານ, ເຄື່ອງດື່ມ ແລະຢຸກຢາຄັ້ງທີ 13 - “Propak Vietnam 2018”, ແລະງານວາງສະແດງສາກົນກ່ຽວກັບເຕັກໂນໂລຢີ, ວັດຖຸດິບສຳຮອງ ແລະອຸປະກອນເຄື່ອງຈັກ Plastics   ແລະຢາງພາລາ - “Plastics & Rubber Vietnam 2018”, ໂດຍມີການເຂົ້າຮ່ວມຂອງກວ່າ 420 ວິສາຫະກິດມາຈາກ 29 ປະເທດ ແລະເຂດແຄ້ວນ, ໃນນັ້ນລວມມີກຸ່ມຮ້ານວາງສະແດງສາກົນ 11 ກຸ່ມໄດ້ວາງສະແດງຜະລິດຕະພັນເຕັກໂນໂລຢີ, ເຄື່ອງຈັກອຸປະກອນທັນສະໄໝທີ່ສຸດຢູ່ໃນໂລກໃນເນື້ອທີ່ທັງໝົດກວ່າ 13.000 m2.

leftcenterrightdel
ບັນດາເຄື່ອງໝາຍການຄ້າມາຈາກຫຼາຍປະເທດກ້າວໜ້າຢູ່ໃນໂລກສະແດງຜະລິດຕະພັນເຕັກໂນໂລຢີທີ່ງານວາງສະແດງ. ພາບ: ເລກູ໋ກ.

ຄຽງຂ້າງນັ້ນ, ຍັງດຳເນີນລະບົບກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບການພັດທະນາອຸດສາຫະກຳສຳຮອງ, ປຸງແຕ່ງສະບຽງອາຫານ, ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດເຄື່ອງອຸປະໂພກບໍລິໂພກ ແລະຢຸກຢາຂອງ ຫວຽດນາມ ແລະບັນດາບັນຫາວາງອອກໃນການປ່ຽນແປ່ງໃໝ່ເຕັກໂນໂລຢີປຸງແຕ່ງ ແລະຫຸ້ມຫໍ່…

ຕາມຄະນະຈັດຕັ້ງແລ້ວ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງທີ່ເຂົ້າຮ່ວມງານຕະຫຼາດນັດໄດ້ຢ້ຽມຊົມ, ຊອກຮູ້ກາລະໂອກາດຮ່ວມມືໂດຍກົງ ແລະລົງນາມໃນບັນດາລາຍການຖ່າຍທອດເຕັກໂນໂລຢີ ເພື່ອແນໃສ່ພັດທະນາຜະລິດຕະພັນທີ່ມີຄຸນນະພາບສູງ.

ງານວາງສະແດງຈະສິ້ນສຸດໃນວັນທີ 22 ມີນາ 2018.

 

ແປໂດຍ: ທູຮັ່ງ