leftcenterrightdel
ກະຊວງອຸດສາຫະກຳ ແລະການຄ້າ ຫວຽດນາມ ຖືວ່າອັດຕາພາສີ ເຊິ່ງ ອາເມລິກາ ວາງອອກແມ່ນບໍ່ພາວະວິໄສ. ພາບ: nhandan.com.vn.

ໂດຍລະອຽດ, ອີງໃສ່ຂໍ້ສະຫຼຸບນີ້, ບັນດາວິສາຫະກິດສົ່ງອອກປາຈາ, ປາບາຊາ ຂອງຫວຽດນາມ ຈະຖືກນຳໃຊ້ອັດຕາພາສີຕ້ານການຂາຍບຸບລາຄານັບແຕ່ 2,39 USD/kg ເຖິງ 7,74 USD/kg ໃຫ້ໄລຍະກວດກາດັ່ງກ່າວ. ນີ້ແມ່ນບັນດາອັດຕາພາສີສູງທີ່ສຸດ ແລະຈະມີຜົນກະທົບໃຫຍ່ເຖິງການສົ່ງອອກປາຈາ, ປາບາຊາ ຂອງ ຫວຽດນາມ ໄປຍັງອາເມລິກາ.

leftcenterrightdel
ບັນດາອັດຕາພາສີສູງທີ່ສຸດ ແລະຈະມີຜົນກະທົບໃຫຍ່ເຖິງການສົ່ງອອກປາຈາ, ປາບາຊາ ຂອງ ຫວຽດນາມໄປຍັງ ອາເມລິກາ. ພາບ: dantri.com.vn

ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ ແລະພວມສົມທົບກັບສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ຢ່າງແໜ້ນແຟ້ນເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະຍົກຄຳເຫັນກັບບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ. ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຖືວ່າອັດຕາພາສີ ເຊິ່ງ ອາເມລິກາ ວາງອອກແມ່ນບໍ່ພາວະວິໄສ, ມີລັກສະນະອາລັກຂາເກີນລະດັບ. ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ສະເໜີຝ່າຍ ອາເມລິກາ ພິຈາລະນາ, ດັດປັບຄືນວິທີກຳນົດອັດຕາພາສີສຳລັບບັນດາບໍລິສັດທີ່ກ່ຽວຂ້ອງຂອງຫວຽດນາມ ບົນຫຼັກການພາວະວິໄສ, ເຄົາລົບຂໍ້ກຳນົດຂອງ WTO, ສະເໝີພາບໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ.

ແປໂດຍ: ທູຮັ່ງ