ກ່າວຄໍາເຫັນທີ່ພິທີ, ທ່ານ ປອ. ເຈີ່ນເຈື່ອງຖູຍ ຜູ້ອໍານວຍການກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກ, ໃຫ້ຮູ້ວ່າ, ລາງ ວັນປີ 2017 ລວມມີບັນດາບົດຄົ້ນຄວ້າ, ຫົວເລື່ອງສະເພາະ; ກິດຈະກຳຄົ້ນຄ້ວາ… ດ້ວຍບັນດາປະເພດ (ໂທລະພາບ, ກະຈາຍສຽງ, ສື່ສິ່ງພິມ, ສື່ເອເລັກໂຕນິກ).

ທ່ານ ຮສຈ.ປອ ພົນຈັດຕະວາ ເລວັນເກືອງ, ອະດີດຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ກະຊວງຕໍາຫຼວດ, ປະທານຄະນະກໍາມະການໃຫ້ຮູ້ວ່າ, ປີ 2017, ກອງທຶນໜູນຊ່ວຍການຄົ້ນຄວ້າໄດ້ຮັບກິດຈະກຳຄົ້ນຄວ້າ ແລະບົດປະພັນ 57 ບົດຂອງນັກປະພັນ 65 ຄົນ, ດ້ວຍສອງປະເພດ: ກິດຈະກຳຄົ້ນຄວ້າພື້ນຖານ ແລະກິດຈະກຳຄົ້ນຄວ້າສື່ມວນຊົນ. ບັນດາບົດປະພັນເຂົ້າຮ່ວມການເສັງດ້ວຍພາສາຫວຽດ ແລະພາສາອັງກິດ, ມີຄຸນນະພາບດີ.

leftcenterrightdel
                   ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ພິທີ. ພາບ: hanoimoi.com.vn.

ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງດິ່ງກຸຍ, ປະທານກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າຄຸນນະພາບຂອງບັນດາກິດຈະກຳຄົ້ນຄວ້າເຂົ້າຮ່ວມການເສັງນັບມື້ນັບສູງ. ຕາງໜ້າໃຫ້ບັນດານັກປະພັນຍາດໄດ້ລາງວັນ, ເອື້ອຍ ເຈີ່ນທິເຟືອງຖາວ (ນັກສຶກສາມະຫາວິທະຍາໄລ George, Washington, ສະຫະລັດ ອາເມລິກາ) ສະແດງຄວາມເປັນກຽດ, ພ້ອມທັງຕີລາຄາສູງຄວາມຈູບຈ້າວຫ້າວຫັນ ແລະທ່ຽງທຳຂອງຄະນະກໍາມະການໃຫ້ຄະແນນ.

ດ້ວຍເປົ້າໝາຍສືບຕໍ່ຊຸກຍູ້ການຄົ້ນຄວ້າກ່ຽວກັບທະເລຕາເວັນອອກຂອງຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ ປອ. ເຈີ່ນເຈື່ອງຖູຍ ຜູ້ອໍານວຍການກອງທຶນໜູນຊ່ວຍການຄົ້ນຄວ້າທະເລຕາເວັນອອກ, ໄດ້ປຸກລະດົມ “ລາງວັນຄົ້ນຄວ້າທະເລຕາເວັນອອກປີ 2018”.

leftcenterrightdel
    ຕາງໜ້າຄະນະຈັດຕັ້ງມອບລາງວັນໃຫ້ບັນດານັກປະພັນທີ່ດີເດັ່ນ. ພາບ: cand.com.vn

ຄະນະຈັດຕັ້ງໄດ້ຄັດເລືອກ ແລະມອບ “ລາງວັນຄົ້ນຄວ້າທະເລຕາເວັນອອກປີ 2017” ໃຫ້ 17 ບົດປະພັນ, ບົດຄົ້ນຄວ້າທີ່ດີເດັ່ນທີ່ສຸດ.

 

ແປໂດຍ: ຫງວຽນກຸກ