ບົດລາຍງານຈາກອົງການຄຸ້ມຄອງໂທລະຄົມມະນາຄົມ ຕັງຊານີ (TCRA) ໃຫ້ຮູ້ວ່າ, ເຄືອຂ່າຍໂທລະສັບມືຖືຂອງ Viettel ທີ່ມີເຄື່ອງໝາຍການຄ້າ ແມ່ນ Halotel ດ້ວຍລູກຄ້າ 3,8 ລ້ານຄົນບັນລຸໄດ້ອັດຕາສ່ວນຢູ່ໃນລະດັບ 10%. ຍ້ອນເຫດນັ້ນ, ພຽງແຕ່ພາຍຫຼັງ 2 ປີດໍາເນີນທຸລະກິດຢ່າງເປັນທາງການ, ແຕ່ອັນດັບທີ 7, Halotel ໄດ້ລື່ນກາຍ 3 ບໍລິສັດໂທລະຄົມມະນາຄົມ ແລະໄດ້ຢູ່ອັນດັບທີ 4 ດ້ວຍອັດຕາສ່ວນ 10%.

leftcenterrightdel
  ພະນັກງານ Halotel ແນະນໍາການບໍລິການຢູ່ບັນດາບ້ານທີ່ທຸກຍາກຢູ່ຕັງຊານີ. ພາບ: ມາຍລີງ

ລະດັບການເຕີບໂຕຂອງ Halotel ໂດຍບັນດາຄະນະຈັດຕັ້ງລາງວັນດໍາເນີນທຸລະກິດສາກົນ (Stevie Awards 2017)  ຮັບຮູ້ດ້ວຍລາງວັນ “ວິສາຫະກິດພັດທະນາໄວທີ່ສຸດຢູ່ຕາເວັນອອກກາງ ແລະອາຟະລິກາ ໃນປີ 2017”. ນັບແຕ່ເມື່ອດໍາເນີນທຸລະກິດຢູ່ຕະຫຼາດ ຕັງຊານີ (ເດືອນ ຕຸລາ 2015), ຫຼັງຈາກນັ້ນຍັງບໍ່ທັນຄົບ 3 ເດືອນ, Halotel ມີລູກຄ້າ 1 ລ້ານຄົນ ແລະພາຍຫຼັງ 9 ເດືອນທີ່ຜັນຂະຫຍາຍ, ຈໍານວນລູກຄ້າໄດ້ເພີ່ມຂຶ້ນເຖິງ 2 ລ້ານຄົນ. ນີ້ແມ່ນລະດັບການພັດທະນາລູກຄ້າໄວທີ່ສຸດໃນບັນດາ ຕະຫຼາດ (ທັງຢູ່ຫວຽດນາມ ແລະສາກົນ) ເຊິ່ງ Viettel ເຄີຍລົງທຶນ, ກໍ່ແມ່ນລະດັບເຕີບໂຕລູກຄ້າບັນລຸສະຖິຕິ ເຊິ່ງຫາຍາກໃນວົງການໂທລະຄົມມະນາຄົມໃດໜຶ່ງໃນໂລກບັນລຸໄດ້ໃນປີທໍາອິດທີ່ເປີດບໍລິການ.

leftcenterrightdel
ພະນັກງານ Halotel ນໍາການບໍລິການ, ຜະລິດຕະພັນໄປໂຄສະນາເຖິງປະຊາຊົນ. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ຕາມບົດລາຍງານຂອງ TCRA, ປີ 2017, ຢູ່ ຕັງຊານີ ໄດ້ເຫັນປະຈັກຕາການຫຼຸດລົງກ່ຽວກັບລູກຄ້ານໍາໃຊ້ໂທລະຄົມມະນາຄົມແມ່ນ 0,22% ເມື່ອທຽບໃສ່ປີ 2016.

ກ່ຽວກັບຕະຫຼາດການຊໍາລະຜ່ານໂທລະສັບມືຖື, TCRA ກໍ່ຮັບຮູ້ການເຕີບໂຕຂອງ Halotel ດ້ວຍ Halopesa, ບໍລິການຊໍາລະເອເລັກໂຕນິກ ຫາກໍ່ບັນລຸໄດ້ຜູ້ນໍາໃຊ້ 1 ລ້ານຄົນໃນເດືອນ ກຸມພາ. ຕັງຊານີ ເປັນປະເທດນໍາໜ້າກ່ຽວກັບການບໍລິການຊໍາລະທາງເອເລັກໂຕນິກໃນໂລກ...

ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ Halotel ໃນການນໍາໃຊ້ແຫຼ່ງເງິນລົງທຶນສຸມໃສ່ໃຫ້ບໍລິສັດໃນສອງປີຜ່ານມາ.

 

ແປໂດຍ: ຫງວຽນກຸກ