leftcenterrightdel
                     ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ຮວ່າທູ.

ກ່າວຄໍາເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອັກ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ແລະປະກອບສ່ວນເຂົ້າໃນການພັດທະນາລວມຂອງປະຊາຄົມໃຊ້ພາສາຝະຣັ່ງ ຢ່າງແທດຈິງ, ກໍ່ຄືເພີ່ມທະວີຮູບພາບຂອງພາສາຝະຣັ່ງຢູ່ພາກພື້ນ. ການພົວພັນລະຫວ່າງຫວຽດນາມ ແລະປະຊາຄົມໃຊ້ພາສາຝະຣັ່ງ ນັບມື້ນັບໄດ້ຮັບການຮັດແໜ້ນ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອັກ ເນັ້ນໜັກວ່າສໍາລັບບົດບາດ ແລະທີ່ຕັ້ງ, ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນການປັບປຸງນໍ້າໃຈສາມັກຄີ ແລະການຮ່ວມມືໃນປະຊາຄົມໃຊ້ພາສາຝະຣັ່ງ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງໃນໂລກ, ກຽມພ້ອມເປັນຂົວເຊື່ອມຕໍ່ໃຫ້ແກ່ການພັດທະນາຢ່າງແຮງຂອງພາສາຝະຣັ່ງຢູ່ພາກພື້ນ ອາຊີ-ປາຊີຟິກ.

 

ແປໂດຍ: ຫງວຽນກຸກ