ນີ້ແມ່ນຄໍາຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ທີ່ກອງປະຊຸມສາກົນດ້ວຍຫົວຂໍ້ວ່າ: “ປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ໂດດເດັ່ນແນໃສ່ຍົກສູງຄຸນນະພາບ ແລະລະດັບການເຕີບໂຕ” ໂດຍຫ້ອງວ່າການລັດຖະບານ ແລະກະຊວງແຜນການ ແລະການລົງທຶນສົມທົບກັບທະນາຄານໂລກຢູ່ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 15 ມີນາ, ຢູ່ ຮ່າໂນ້ຍ ພາຍໃຕ້ການໜູນຊ່ວຍຂອງສະຖານທູດອົດສະຕາລີ ແລະອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ຫວຽດນາມ.

leftcenterrightdel
 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ບັງເຈົາ.

ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢາກເພີ່ມສະມັດຕະພາບແຮງງານແມ່ນຕ້ອງສ້າງໂຄງປະກອບເສດຖະກິດ, ໂຄງປະກອບແຮງງານຄືນໃໝ່, ຕ້ອງພັດທະນາຫຼາຍວິສາຫະກິດ. ແຕ່ວ່າຢາກພັດທະນາຫຼາຍວິສາຫະກິດແມ່ນຕ້ອງປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ບັງເຈົາ.

ທີ່ກອງປະຊຸມ, ບັນດາຜູ້ແທນຕີລາຄາ, ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງແຮງຂອງລັດຖະບານ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະການຮ່ວມມືຢ່າງແໜ້ນແຟ້ນຈາກພາກເອກະຊົນໃນການປະຕິບັດບັນດາມະຕິເລກທີ 19 (2014-2017), ຫວຽດນາມ ບັນລຸໄດ້ບັນດາໝາກຜົນເປັນໜ້າສົ່ງເສີມກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ.

ເຖິງຢ່າງໃດກໍ່ຕາມ, ການປະຕິບັດມະຕິເລກທີ 19 ໃນ 4 ປີຜ່ານມາສະແດງໃຫ້ເຫັນການເຂົ້າຮ່ວມຍັງບໍ່ທັນສະໝ່ຳສະເໝີລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫຼາຍບ່ອນຍັງຂາດຄວາມຂ້ຽວຂາດ, ປະຕິບັດບັນດາໜ້າທີ່, ວິທີການແກ້ໄຂຍັງຊັກຊ້າຢູ່. ເພາະສະນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຄວນຖືເປັນສໍາຄັນ ແລະຕິດຕາມກວດກາການປະຕິບັດມະຕິເລກທີ 19 ຢ່າງຂ້ຽວຂາດ, ໃກ້ຊິດເພື່ອປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ປະກອບສ່ວນຍົກສູງຄຸນນະພາບ ແລະລະດັບການເຕີບໂຕ.

 

ແປໂດຍ: ເຈິ່ນຮວ່ຽນ