ຕາມການຕີລາຄາ, ປີ 2017 ແມ່ນປີທີ່ວຽກງານຊີ້ນຳ, ນຳພາຂອງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຄະນະຊີ້ນຳບັ້ນຂົນຂວາຍບັນດາທ້ອງຖິ່ນໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ຄົບຊຸດຕາມບັນດາກຸ່ມໜ້າທີ່ ແລະມາດຕະການພື້ນຖານໃນແຈ້ງການສະຫລຸບເລກທີ 264 - TB/TW (ແຈ້ງການ/ສູນກາງ), ອອກວັນທີ 31 ກໍລະກົດ 2009 ຂອງກົມການເມືອງ. ແນວໂຮມປະເທດຊາດ ຫວຽດນາມ ແລະບັນດາອົງການຈັດຕັ້ງສະມາຊິກທຸກຂັ້ນໂດຍຜ່ານບັນດາຮູບການໂຄສະນາ, ຂົນຂວາຍຢ່າງອຸດົມສົມບຸນ, ຫຼາຍຮູບຫຼາຍແບບໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຜິດຊອບຂອງຜູ້ບໍລິໂພກ, ອຸປະໂພກເສີມຂະຫຍາຍນ້ຳໃຈຮັກຊາດ, ສ້າງວັດທະນະທຳດ້ານບໍລິໂພກ, ອຸປະໂພກຂອງຊາວ ຫວຽດນາມ. ວຽກງານສະຫລຸບເບື້ອງຕົ້ນ, ສະຫລຸບປະຈຳໄລຍະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ປະກອບສ່ວນວາງອອກບັນດາມາດຕະການປະຕິບັດບັ້ນຂົນຂວາຍໃຫ້ນັບມື້ນັບມີປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເລຮ໋ຽວ.

ປີ 2018, ຄະນະຊີ້ນຳສູນກາງບັ້ນຂົນຂວາຍດັ່ງກ່າວຈະສືບຕໍ່ປະຕິບັດບັນດາໜ້າທີ່ເຊິ່ງຄະນະເລຂາທິການ, ທ່ານ ນາຍົກລັດຖະມົນຕີ ໄດ້ວາງອອກຢ່າງເຂັ້ມງວດ; ສຸມໃສ່ເຮັດແຈ້ງບັນດາສາຍເຫດທີ່ພາໃຫ້ບັນດາແຜນຮ່າງ, ໜ້າທີ່ຍັງບໍ່ທັນປະຕິບັດໃນປີ 2017; ສຸມໃສ່ປະຕິບັດກົດລະບຽບເລກທີ 92 ກ່ຽວກັບການຍ້ອງຍໍຊົມເຊີຍບັນດາວິສາຫະກິດ, ບັນດາສະມາຊິກຂອງຄະນະຊີ້ນຳ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ໄດ້ປະຕິບັດເປັນຢ່າງດີ. ຂົນຂວາຍບັນດາວິສາຫະກິດຍູ້ແຮງການປ່ຽນແປງໃໝ່, ໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ, ຍົກສູງຄຸນນະພາບ, ກຳລັງແກ່ງແຍ້ງຂອງຜະລິດຕະພັນ, ສິນຄ້າ ແລະບໍລິການ, ສ້າງເຄື່ອງໝາຍການຄ້າຜະລິດຕະພັນ, ສິນຄ້າຂອງ ຫວຽດນາມ; ສືບຕໍ່ບູລະນະ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະຊີ້ນຳບັ້ນຂົນຂວາຍຢູ່ສູນກາງ ແລະທ້ອງຖິ່ນ....

 

ແປໂດຍ: ທູຮັ່ງ