ຂໍ້ມູນຂ່າວສານໂດຍສະຖານທູດ ອີຕາລີ ປະຈໍາ ຫວຽດນາມ ໄດ້ສົມທົບກັບສະພາອາພອນສະໄໝ ຫວຽດນາມ-ອີຕາລີ ແນະນໍາຢູ່ການປະຊຸມຂ່າວທີ່ດໍາເນີນໃນຕອນບ່າຍວັນທີ 14 ມີນາ.

ໃນປີນີ້, ຫວຽດນາມ ແລະອີຕາລີ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 45 ປີ. ພົ້ນເດັ່ນແມ່ນສັບປະດາອາພອນສະໄໝ ຫວຽດນາມ-ອີຕາລີ, ດ້ວຍການເຂົ້າຮ່ວມຂອງນັກອອກແບບ 18 ຄົນ, ໃນນັ້ນມີນັກອອກແບບ 2 ຄົນມາຈາກ ອີຕາລີ.

leftcenterrightdel
ຊຸດອາພອນຂອງນັກອອກແບບ ມິນແຫ້ງ ຈະສະແດງຢູ່ສັບປະດາອາພອນສະໄໝຫວຽດນາມ-ອີຕາລີ. ພາບ: ແຫຼ່ງຈາກຄະນະຈັດຕັ້ງ.

ຢູ່ສັບປະດາອາພອນສະໄໝນີ້, ບັນດານັກອອກແບບ ຈະແນະນໍາບັນດາຊຸດອາພອນສະໄໝລະດູໃບໄມ້ຫຼົ່ນ, ລະດູໜາວ 2018 ຫຼ້າສຸດ. ເພື່ອເຊີດຊູບັນດາໝູ່ບ້ານແພໄໝ, ອາຊີບຕ່ຳແພໄໝ, ກໍ່ຄືບັນດານາຍຊ່າງທີ່ມີຄວາມສຸດຈິດສຸດໃຈຮັກສາບັນດາມູນຄ່າທີ່ເປັນມູນເຊື້ອໄວ້, ນອກຈາກບັນດາການສະແດງ, ຄະນະຈັດຕັ້ງຍັງເປີດບັນດາເຂດວາງສະແດງຕາມຂັ້ນຕອນຕໍ່າແພໄໝຂອງ ຮ່າໂນ້ຍ ແລະບາວລົກ (ເລິມດົ່ງ); ງານວາງສະແດງ “ຂັ້ນຕອນດ່ອງໄໝ, ຕໍ່າແພໄໝ”...

 

ແປໂດຍ: ເກື່ອງດັ້ງ