ເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານຄຸ້ມຄອງລັດກ່ຽວກັບສາສະໜາ ສໍາລັບການພັດທະນາລວມຂອງສັງຄົມຢູ່ແຕ່ລະປະເທດ, ທ່ານ ຫວູຈ໋ຽນຖັ໋ງ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນການເຄື່ອນໄຫວຮ່ວມມືໃນກອບຂໍ້ຕົກລົງຮ່ວມມືໃນຂົງເຂດສາສະໜາ ເຊິ່ງໄດ້ຮັບການລົງນາມໃນເດືອນ ກຸມພາ 2015 ໂດຍການນໍາສອງອົງການຢູ່ນະຄອນ ໂຮ່ຈິມິນ ກວ່າອີກ, ໃນນັ້ນເອົາໃຈໃສ່ເຖິງເລື່ອງຍູ້ແຮງການເຄື່ອນໄຫວແລກປ່ຽນຄະນະຂັ້ນສູງ, ປຸກລະດົມ ແລະສ້າງເງື່ອນໄຂໃຫ້ສະມາຄົມພຸດທະສາສະໜາສອງປະເທດເພີ່ມທະວີການພົວພັນ, ປະກອບສ່ວນຫຼາຍກວ່າອີກເຂົ້າໃນການສ້າງສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າກະຊວງພິທີການ ແລະສາສະໜາກໍາປູເຈຍ, ທ່ານ Him Chhem ຕີລາຄາສູງການເຄື່ອນໄຫວສົມທົບກັນ, ໜູນຊ່ວຍຂອງຄະນະສາສະໜາລັດຖະບານຫວຽດນາມ ແລະຖືວ່າ, ສາຍພົວພັນຮ່ວມມືລະຫວ່າງສອງອົງການໃນໄລຍະຜ່ານມາ ໄດ້ ແລະກໍາລັງປະກອບສ່ວນໄປພ້ອມກັບລັດຖະບານ, ປະຊາຊົນສອງປະເທດ ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ, ຊຸກຍູ້ສັນຕິພາບ, ວັດທະນາຖາວອນ, ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນສອງປະເທດ ກໍາປູເຈຍ-ຫວຽດນາມ.

ທີ່ການພົບປະເຈລະຈາ, ຄະນະສາສະໜາລັດຖະບານຫວຽດນາມ ແລະກະຊວງພິທີການ ແລະສາສະໜາກໍາປູເຈຍ ໄດ້ແລກປ່ຽນກ່ຽວກັບສະພາບການດ້ານສາສະໜາ, ບົດຮຽນໃນການຄຸ້ມຄອງລັດ ກ່ຽວກັບສາສະໜາຂອງແຕ່ລະປະເທດ; ຕີລາຄາໝາກຜົນແຫ່ງການປະຕິບັດຂໍ້ຕົກລົງຮ່ວມມື ກ່ຽວກັບວຽກງານສາສະໜາທີ່ໄດ້ລົງນາມຢູ່ນະຄອນ ໂຮ່ຈິມິນ ໃນເດືອນ ກຸມພາ 2015;  ປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.

 

ແປໂດຍ: ກວຽດເຕີມ