ປື້ມເຫຼັ້ມນີ້ແມ່ນສື່ສິ່ງພິມໃໝ່ຫຼ້າສຸດນອນໃນຕູ້ປື້ມໝູ່ເກາະທະເລຫວຽດນາມ ໂດຍໂຮງພິມຈຳໜ່າຍ ກິມດົ່ງ ມີແຜນນະໂຍບາຍມາແຕ່ຫຼາຍປີແລ້ວ. ພາຍໃຕ້ມູມມອງຂອງນັກຂ່າວຜູ້ໜຶ່ງທີ່ເຄີຍໄດ້ໄປປະຕິບັດງານຢູ່ເຈື່ອງຊາ ໃນປີ 2016 ແລະ2017, ປື້ມເຫຼັ້ມນີ້ໄດ້ເຕົ້າໂຮມຮູບພາບສິລະປະ 150 ແຜ່ນດ້ວຍ  5 ພາກຄື: ຢາກມາ ເຈື່ອງຊາ, ຄວາມງາມ ເຈື່ອງຊາ, ບ້ານນ້ອງ ເຈື່ອງຊາ, ຮ້ານເວນຍາມ DK1, ເຈື່ອງຊາ - ບ່ອນທີ່ເຮົາມາເຖິງ.

leftcenterrightdel
ປື້ມ “ເຈື່ອງຊາ - ບ່ອນທີ່ເຮົາມາເຖິງ”. ພາບ: ຮວ່າງຮວ່າງ.

ບັນດາຮູບພາບສິລະປະໄດ້ສະແດງໃຫ້ເຫັນຄວາມງາມຂອງ ເຈື່ອງຊາ, ກໍ່ຄືບັນດາການດໍາລົງຊີວິດປະຈໍາວັນຂອງທະຫານ ແລະປະຊາຊົນ; ຮຸ້ງກິນນ້ຳ, ຂອບຝ້າເບິ່ງຜ່ານຂອບປະຕູ, ໂຮງຮຽນແຄມຝັ່ງຄື້ນຟອງທະເລ....

leftcenterrightdel
ຜູ້ມາຢ້ຽມຊົມຮູບພາບພົ້ນເດັ່ນຈຳນວນໜຶ່ງທີ່ງານສະເໜີປື້ມ “ເຈື່ອງຊາ - ບ່ອນທີ່ເຮົາມາເຖິງ”. ພາບ: ຮວ່າງຮວ່າງ

ເມື່ອຕີລາຄາກ່ຽວກັບປື້ມເຫຼັ້ມນີ້, ນັກຄົ້ນຄວ້າທິດສະດີໄດ້ຕິຊົມຖ່າຍຮູບ ຫວູຮວ໋ຽນ ໃຫ້ຮູ້ວ່າ: “ນີ້ແມ່ນປື້ມຮູບພາບ ເຈື່ອງຊາ ເຫຼັ້ມທໍາອິດເຊິ່ງຜູ້ແຕ່ງເປັນເພດຍິງ. ປື້ມໄດ້ຈັດຕັ້ງຮຽບຮຽງຕາມວິຖີຊີວິດແບບໃໝ່ທີ່ສຸດ, ທັນສະໄໝທີ່ສຸດ. ບັນດາຮູບພາບເຊິ່ງຢູ່ທາງລຸ່ມໄດ້ບັນທຶກບັນດາຄວາມຮູ້ສຶກ, ບັນດາເລື່ອງລາວເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກວ່າຮູບພາບມີເນື້ອໃນໃຈຄວາມກວ່າ, ແຕະຕ້ອງເຖິງຜູ້ຊົມກວ່າ”.

ໄດ້ຮັບຮູ້ແລ້ວວ່າ, ກ່ອນທີ່ຈະພິມຈໍາໜ່າຍເປັນປື້ມ, ບັນດາຮູບພາບກ່ຽວກັບ ເຈື່ອງຊາ ຂອງນັກຂ່າວ ຫງວຽນໝີ໊ຈ່າ ໄດ້ວາງສະແດງຢູ່ ຮ່າໂນ້ຍ ແລະນະຄອນ ໂຮ່ຈິມິນ ຫຼາຍເທື່ອແລ້ວ. ການພິມຈໍາໜ່າຍປື້ມເຫຼັ້ມນີ້ແມ່ນວິທີຂອງນັກຂ່າວ ຫງວຽນໝີ໊ຈ່າ ແບ່ງປັນບັນດາພຶດຕິກໍາຕົວຈິງຂອງຕົນ, ປາດຖະໜາຢາກໃຫ້ບັນດາໄວໜຸ່ມລຸ້ນຕ່າງໆມີຄວາມເຂົ້າໃຈຫຼາຍກວ່າ, ຮູ້ຈັກຮັກແພງ, ຖະນຸຖະໜອມ ເຈື່ອງຊາ ກວ່າ.

 

ແປໂດຍ: ຈາງຫງວຽນ