ພໍ່ແມ່ປະຊາຊົນ 80 ຄົນຂອງ 11 ຊາວເຜົ່າ (ໄຕ, ຢ້າວ, ມົ້ງ, ໄທ, ເມືອງ, ຂະມຸ, ຕາໂອຍ, ເກີຕູ, ຣາລາຍ, ເອເດ, ຂະແມ) ແລະນັກສຶກສາ, ນັກສິລະປິນ, ນັກສະແດງຂອງໂຮງຮຽນວິທະຍາໄລວັດທະນະທໍາສິລະປະ ຫວຽດບັ໋ກ, ໂຮງລະຄອນຟ້ອນຕຸກກະຕານ້ຳຫວຽດນາມຈະເຂົ້າຮ່ວມລາຍການ "ຊາວໜຸ່ມ ແລະພໍ່ແມ່ປະຊາຊົນບັນດາເຜົ່າກັບທະເລໝູ່ເກາະບ້ານເກີດເມືອງນອນ" ໂດຍຄະນະຄຸ້ມຄອງໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ຈັດຕັ້ງຢູ່ ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ, ນັບແຕ່ວັນທີ 1 ຫາວັນທີ 31 ມີນາ.

ລາຍການລວມມີ: ງານວາງສະແດງ “ບັນຍາກາດທະເລໝູ່ເກາະໃນດວງໃຈຂອງພໍ່ແມ່ປະຊາຊົນ” ຢູ່ຫໍວາງສະແດງບ້ານ III, ນັບແຕ່ວັນທີ 10-31 ມີນາ. ຢູ່ທີ່ນີ້ໄດ້ແນະນໍາກ່ຽວກັບທະເລໝູ່ເກາະຂອງປະເທດຊາດເຖິງແຂກທ່ອງທ່ຽວ, ພິເສດແມ່ນລຸ້ນໜຸ່ມຜ່ານບັນດາລະບົບເຄື່ອງສຽງ, ຮູບພາບ, ວັດຖຸພັນ, ຮູບເງົາເອກະສານທີ່ອຸດົມສົມບູນ, ແນະນໍາ 21 ແຜ່ນຫີນອະທິປະໄຕຂອງໝູ່ເກາະ ເຈື່ອງຊາ; ເສົາຫຼັກໝາຍອະທິປະໄຕຫຍໍ້ນ້ອຍລົງພ້ອມກັບວັດຖຸພັນຫຼາຍຢ່າງຂອງນັກຮົບ, ນັກຂ່າວ... ກ່ຽວກັບເຈື່ອງຊາ.

leftcenterrightdel
ບັນດານັກສຶກສາເຂົ້າຮ່ວມລາຍການ “ຊາວໜຸ່ມ ແລະພໍ່ແມ່ປະຊາຊົນບັນດາເຜົ່າກັບທະເລໝູ່ເກາະບ້ານເກີດເມືອງນອນ”. ພາບ: ຕວ໋ນຫງວຽນ.

ລາຍການ “ຮັກທະເລໝູ່ເກາະຕະຫຼອດໄປ” ໄດ້ດໍາເນີນຢູ່ເວທີງານບຸນໝູ່ບ້ານຊົນເຜົ່າ III ໃນວັນທີ 25 ມີນາ.

ການເຄື່ອນໄຫວດ້ວຍຫົວຂໍ້ສະເພາະ “ລະດູບານໃໝ່ຢູ່ບ້ານນ້ອງ” ໄດ້ວາດພາບງານບຸນ AzaKoonh ຂອງຊາວເຜົ່າ ຕາໂອຍ. ນີ້ແມ່ນພິທີກຳທາງດ້ານກະສິກໍາຂອງພໍ່ແມ່ປະຊາຊົນເຜົ່າ ຕາໂອຍ ເພື່ອພາວະນາໃຫ້ເທວະດາຟ້າແຖນດົນບັນດານໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ລ້ຽງສັດສາວາສິ່ງສະດວກສະບາຍ.

“ງານບຸນ ເຊັນເລົ່ານໍ໋” ຂອງພໍ່ແມ່ປະຊາຊົນເຜົ່າ ໄທ ຢູ່ບ້ານໄທ ຈະດໍາເນີນໃນວັນທີ 24 ມີນາ, ໄດ້ຈັດຕັ້ງ ເພື່ອຕອບບຸນແທນຄຸນປູ່ຍ່າຕາຍາຍ, ເທວະດາແມ່່ນໍ້າລຳເຊ, ເທວະດາພູຜາປ່າໄມ້ ແລະແມ່ນກາລະໂອກາດຕອບບຸນແທນຄຸນໝໍເຢົາໄດ້ປິ່ນປົວພະຍາດໃຫ້ທຸກຄົນ.

ລາຍການ “ລະດູບານໃໝ່ຢູ່ເຂດພູສູງ” ລວມມີບັນດາລາຍການຮ້ອງເພງ, ຟ້ອນກ່ຽວກັບລະດູບານໃໝ່, ຍ້ອງຍໍຊົມເຊີຍຄວາມສວຍງາມທໍາມະຊາດ, ວັດທະນະທໍາ, ປະຊາຊົນເຂດຕາເວັນຕົກສ່ຽງເໜືອໃນລະດູບານໃໝ່ໂດຍສະໂມສອນສິລະປະທີ່ເປັນມູນເຊື້ອເມືອງ ມາຍເຈົາ, ແຂວງ ຮວ່າບິ່ງ, ສະແດງ.

ນອກຈາກນັ້ນ, ແຂກທ່ອງທ່ຽວທີ່ມາເຂົ້າຮ່ວມຍັງໄດ້ຊົມເບິ່ງລາຍການຕຸກກະຕາ “ລະດູບານໃໝ່ທີ່ຮັກແພງ”, ລາຍການຮ້ອງເພງ, ຟ້ອນ, ດົນຕີ “ເຂດພູສູງທີ່ຮັກແພງ”...

ຄຽງຂ້າງນັ້ນຍັງມີບັນດາການເຄື່ອນໄຫວແນະນໍາການທ່ອງທ່ຽວຜ່ານພຶດຕິກໍາຕົວຈິງ, ຫໍ່ເຂົ້າໜົມຮັບໃຊ້ແຂກທ່ອງທ່ຽວ, ການລະຫຼີ້ນພື້ນເມືອງ; ການເຄື່ອນໄຫວຂໍໂຊກຂໍລາບ, ຂໍພອນຢູ່ບັນດາສະຖານທີ່ສັກສິດໃນວັດຂະແມ, ທາດຈໍາ ແລະວັດຟ໋າບເອີນ... ເພື່ອແນໃສ່ແນະນໍາຈຸດວັດທະນະທໍາ, ຮີດຄອງປະເພນີຂອງພໍ່ແມ່ປະຊາຊົນຢູ່ “ຊາຍຄາລວມ” ຂອງປະຊາຄົມ 54 ຊົນເຜົ່າ ຫວຽດນາມ.

 

ແປໂດຍ: ເກື່ອງດັ້ງ