ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຫວັງວ່າ ເຂດເຕັກໂນໂລຢີສູງ ຮ່ວາລາກ ຈະແມ່ນບ່ອນປະກອບສ່ວນສຳຄັນເຂົ້າໃນການພັດທະນາການປະຕິວັດອຸດສາຫະກຳ 4.0. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຍູ້ໄວຄວາມຄືບໜ້າກໍ່ສ້າງເຂດນີ້ກ່ວາອີກເພື່ອບໍ່ພາດໂອກາດພັດທະນາວິທະຍາສາດເຕັກໂນໂລຢີຂອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະເຮັດວຽກຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ. ພາບ: VGP.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ເຂດເຕັກໂນໂລຢີສູງ ຮ່ວາລາກ ແລະມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈະແມ່ນສະຖານທີ່ໜຶ່ງມີລະດັບຈະເລີນເຕີບໂຕຂອງ ຮ່າໂນ້ຍ ໃນຊຸມປີຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງບັນດານັກລົງທຶນຍາດແຍ່ງໂອກາດເພື່ອມີບັນດາການເຄື່ອນໄຫວລົງທຶນເຂົ້າໃນເຂດເຕັກໂນໂລຢີສູງ ຮ່ວາລາກ ຢ່າງວ່ອງໄວ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຖາມຂ່າວກຳມະກອນຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ. ພາບ: VGP.
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມບັນດາຜະລິດຕະພັນເຕັກໂນໂລຢີສູງຢູ່ເຂດເຕັກໂນໂລຢີສູງ ຮ່ວາລາກ. ພາບ: VGP.

ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ເຂດເຕັກໂນໂລຢີສູງ ຮ່ວາລາກ ຈະແມ່ນສະຖານທີ່ເລີ່ມທຸລະກິດດີທີ່ສຸດໃຫ້ເຕັກໂນໂລຢີສູງຂອງ ຫວຽດນາມ ເປັນສູນຜະລິດຂະໜາດໃຫຍ່ຂອງນະຄອນ, ຜ່ານນັ້ນມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາວິທະຍາສາດເຕັກໂນໂລຢີຂອງປະເທດ, ນຳເອົາມູນຄ່າເພີ່ມມາໃຫ້ພື້ນຖານເສດຖະກິດ ແລະເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດ.

 

ແປໂດຍ: ຮຸຍດົງ