VNPT, Viettel, MobiFone ຍົກລະດັບພື້ນຖານໂຄງລ່າງ, ເຄືອຂ່າຍອິນເຕີເນັດ

ຮອດໄລຍະເວລານີ້, ບໍລິສັດໃຫຍ່ບໍລິການໂທລະຄົມມະນາຄົມ (VinaPhone) ໄດ້ກຽມພ້ອມຮັບປະກັນການຕິດຕໍ່ສື່ສານດ້ວຍການປະຕິບັດບັນດາວິທີການເປີດກວ້າງເຄືອຂ່າຍອິນເຕີເນັດ ແລະບັນດາແຜນການທີ່ໄດ້ສ້າງຂຶ້ນຢ່າງຮີບດ່ວນ ເພື່ອຍົກລະດັບ, ເພີ່ມທະວີຄວາມສາມາດຮັບໃຊ້ບຸນປີໃໝ່ປະຈໍາຊາດ.

ໃນຂະນະນັ້ນ, ດ້ວຍພື້ນຖານໂຄງລ່າງເຄືອຂ່າຍໃຫຍ່ສຸດຢູ່ຫວຽດນາມ, Viettel ກໍ່ໄດ້ກຽມພ້ອມຮັບປະກັນທຸກໆບໍລິການ 2G, 3G ແລະ 4G ໃຫ້ລູກຄ້າໃນໂອກາດບຸນປີໃໝ່ປະຈໍາຊາດ 2018. ໜຶ່ງໃນບັນດາຈຸດແຕກຕ່າງຂອງເຄືອຂ່າຍ Viettel ໃນປີນີ້ເມື່ອທຽບໃສ່ຊຸມປີກ່ອນ, ນີ້ແມ່ນປີທໍາອິດຂອງລະບົບອິນເຕີເນັດ 4G. ພາຍຫຼັງ 10 ເດືອນເປີດບໍລິການຢ່າງເປັນທາງການ, ອິນເຕີເນັດ 4G ໄດ້ກວມເອົາ 50% ປະລິມານເຄືອຂ່າຍອິນເຕີເນັດທັງໝົດ. ຫວ່າງແລ້ວນີ້, Viettel ໄດ້ສືບຕໍ່ຜັນຂະຫຍາຍສະຖານີສົ່ງສັນຍານ 1.000 ແຫ່ງຕື່ມອີກ, ຍົກຈຳນວນສະຖານີ 4G ທັງໝົດຂຶ້ນເຖິງ 37.000 ແຫ່ງ ແລະສົ່ງສັນຍານຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດ, ຈາກນະຄອນຈົນຮອດເຂດພູດອຍ, ຊົນນະບົດ ແລະເຂດທະເລ ໝູ່ເກາະ. ເຂດສົ່ງສັນຍານກວ້າງໃຫຍ່, ຄວາມໄວລື່ນກາຍຢ່າງເຫັນໄດ້ຊັດ, ນັບທັງເມື່ອດາວໂຫຼດ ຫຼືອັບໂຫຼດຂໍ້ມູນຂອງອິນເຕີເນັດ 4G ນັ້ນແມ່ນທ່າໄດ້ປຽບທີ່ແຕກຕ່າງຊ່ວຍໃຫ້ລູກຄ້າ Viettel ນໍາໃຊ້ດີທີ່ສຸດດ້ວຍບໍລິການ ດາຕ້າ, ພິເສດເມື່ອທ່າອ່ຽງ livestream, ແບ່ງປັນຮູບພາບ, ວີດີໂອ… ນັບມື້ນັບໄດ້ຮັບການພັດທະນາຢ່າງແຮງ.

ກ່ອນນີ້, ໃນໂອກາດບຸນເຕັດ ແລະຫຼັງບຸນເຕັດ, ທົ່ວປະເທດມີຫຼາຍງານບຸນ, ເຫດການເຕົ້າໂຮມຄົນເປັນຈໍານວນຫຼວງຫຼາຍ. ເພື່ອຮັບປະກັນຄຸນນະພາບເຄືອຂ່າຍອິນເຕີເນັດ, Viettel ຜັນຂະຫຍາຍຫຼາຍວິທີການແກ້ໄຂຄືເພີ່ມເຕີມສະຖານີສົ່ງສັນຍານໃໝ່, ກະກຽມລົດຮັບ, ສົ່ງສັນຍານເຄື່ອນທີ່...

leftcenterrightdel
ວິສະວະກອນຂອງ Viettel ຕິດຕາມລະບົບອິນເຕີເນັດຢ່າງຕໍ່ເນື່ອງ. ພາບ: ວັນຟອງ
leftcenterrightdel
ສູນເຕັກນິກທົ່ວໂລກອະນຸຍາດໃຫ້ Viettel ຄວບຄຸມ, ຄຸ້ມຄອງເຄືອຂ່າຍອິນເຕີເນັດ. ພາບ: ວັນຟອງ
leftcenterrightdel
Viettel ກຽມພ້ອມຮັບປະກັນທຸກໆບໍລິການໃຫ້ລູກຄ້າໃນໂອກາດບຸນປີໃໝ່ປະຈໍາຊາດ 2018. ພາບ: ວັນຟອງ

ຄຽງຂ້າງບໍລິການໂທລະສັບມືຖື, Viettel ໄດ້ຜັນຂະຫຍາຍບັນດາວິທີການຮັບປະກັນຄຸນນະພາບເຄືອຂ່າຍອິນເຕີເນັດຢູ່ທຸກໆລະບົບບໍລິການຄືຄົງທີ່, ໂທລະພາບ, ອິນເຕີເນັດ… ສຳລັບຊັບພະຍາກອນມະນຸດ, Viettel ກໍ່ເພີ່ມທະວີບຸກຄະລາກອນເຕັກນິກນັບພັນໆຄົນແຕ່ຂັ້ນເມືອງ, ແຂວງ, ນະຄອນ ຂຶ້ນໄປ ເພື່ອຕິດຕາມ, ກວດກາການເຄື່ອນຍ້າຍຂອງບັນດາເບີໂທລະສັບ ແລະບັນດາຈຸດຮ້ອນ, ທີ່ເຕົ້າໂຮມຄົນເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ, ກຽມພ້ອມຜັນຂະຫຍາຍວິທີການແກ້ໄຂເມື່ອປະລິມານເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ການຄາດຄະເນ.

ບໍລິສັດໂທລະຄົມມະນາຄົມ MobiFone ກໍ່ໄດ້ສໍາເລັດວຽກງານກະກຽມດ້ານເຕັກນິກ, ຍົກສູງຄວາມສາມາດຮັບໃຊ້ຂອງເຄືອຂ່າຍ, ຫັນສູນສະຖານີສື່ສານໃຫ້ດີທີ່ສຸດ, ວາງແຜນການບຸກຄະລາກອນເຕັກນິກປະຈໍາການໃນບຸນເຕັດຢ່າງລະອຽດ ແລະກຽມພ້ອມຕອບສະໜອງຄວາມຕ້ອງການນໍາໃຊ້ຢ່າງໃຫຍ່ຫຼວງຂອງລູກຄ້າໃນໂອກາດບຸນເຕັດ.

ບໍລິການສົ່ງຂໍ້ຄວາມສຽງ, ວີດີໂອ, ແບ່ງປັນຮູບພາບຈະໄດ້ນໍາໃຊ້ຫຼາຍກວ່າ

ເຕັກໂນໂລຢີພັດທະນາຢ່າງວ່ອງໄວ ແລະສະໜອງໃຫ້ພວກເຮົາບັນດາບໍລິການສົ່ງຂໍ້ຄວາມ, chat ຜ່ານບັນດາຮູບການທີ່ແຕກຕ່າງກັນ. ຢູ່ຫວຽດນາມ, ໃນໂອກາດບຸນປີໃໝ່ 2018, ນອກຈາກການໂທ, ສົ່ງຂໍ້ຄວາມປົກກະຕິແລ້ວ, ຜູ້ນໍາໃຊ້ໂທລະສັບສະຫຼາດຍັງສາມາດສົ່ງຄໍາອວຍພອນປີໃໝ່ເຖິງຍາດຕິພີ່ນ້ອງຜ່ານ Zalo, Viber, Mocha, Facebook ເພື່ອແບ່ງປັນ livestream, ແບ່ງປັນຮູບພາບ, ຄວາມຮູ້ສຶກ... ນີ້ແມ່ນບັນດາບໍລິການທີ່ພວມໄດ້ຮັບຄວາມນິຍົມໃນປະຈຸບັນ ແລະເມື່ອຫຼາຍຄົນນໍາໃຊ້, ປະລິມານການນໍາໃຊ້ອິນເຕີເນັດ 3G, 4G ສາມາດຈະເພີ່ມຂຶ້ນສູງ.

leftcenterrightdel
ສົ່ງຂໍ້ຄວາມ, chat, ໂທ ຜ່ານ Zalo ຫຼື ບັນດາບໍລິການຕ່າງໆຖືກນຳໃຊ້ຢ່າງກວ້າງຂວາງຢູ່ຫວຽດນາມ. ພາບປະກອບ

ຕໍ່ໜ້າສະພາບຕົວຈິງນີ້, ບັນດາບໍລິສັດໂທລະຄົມມະນາຄົມໄດ້ວາງແຜນການຮັບປະກັນການເຊື່ອມຕໍ່ອິນເຕີເນັດໃຫ້ລຸລ່ວງຕະຫຼອດໃນໂອກາດບຸນເຕັດ. ໜຶ່ງໃນບັນດາປັດໄຈຕັດສິນໃຈ ເພື່ອຮັບປະກັນບໍ່ປະໃຫ້ເກີດສະພາບເຄືອຂ່າຍອິນເຕີເນັດຖືກຕັນ ນັ້ນແມ່ນລະບົບເຄືອຂ່າຍອິນເຕີເນັດ, ເຂດສົ່ງສັນຍານ. ຕາມນັ້ນ, Viettel ໄດ້ສືບຕໍ່ຜັນຂະຫຍາຍການເພີ່ມສະຖານີສົ່ງສັນຍານໃໝ່ 1.000 ແຫ່ງຕື່ມອີກ, ຍົກຈຳນວນສະຖານີ 4G ຂຶ້ນເຖິງ 37.000 ແຫ່ງ ແລະສົ່ງສັນຍານຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດ.

MobiFone ໄດ້ດໍາເນີນການເພີ່ມຄວາມໄວສູງສຸດເຖິງ 200Gbps ( ເພີ່ມຂຶ້ນ 80% ເມື່ອທຽບໃສ່ປີ 2016)...

ໃນປີ 2017, VinaPhone ໄດ້ສ້າງສໍາເລັດສະຖານີສົ່ງສັນຍານເຄື່ອນທີ່ (2G, 3G, 4G)  24.185 ແຫ່ງໃນທົ່ວປະເທດ, ຍົກຈຳນວນສະຖານີຂຶ້ນເກືອບ 80.000 ແຫ່ງ.

ພ້ອມກັບພື້ນຖານໂຄງລ່າງເຄືອຂ່າຍອິນເຕີເນັດ, ບັນດາບໍລິສັດໂທລະຄົມມະນາຄົມລ້ວນແຕ່ຈັດສົ່ງນັກເຕັກນິກທີ່ມີສີມືການຊ່າງສູງປະຈໍາການ ເພື່ອແກ້ໄຂ, ໜູນຊ່ວຍລູກຄ້າກໍ່ຄືເພີ່ມທະວີການຕິດຕາມ, ກວດກາເຄືອຂ່າຍອິນເຕີເນັດ, ພິເສດຢູ່ບັນດາສະຖານທີ່ມີຄົນເປັນຈໍານວນຫຼວງຫຼາຍໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແລະໃນຊຸມວັນບຸນເຕັດ.

 

ແປໂດຍ: ຫງວຽນກຸກ