ກ່ອນໜ້າປີໃໝ່ປະຈຳຊາດ ປີຈໍ ຈະວຽນມາ, ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບໄດ້ປະຕິບັດສຳເລັດວຽກງານຮັບປະກັນເຄືອຂ່າຍອິນເຕີແນັດ, ປັບປຸງພື້ນຖານໂຄງລ່າງຢູ່ ເຈື່ອງຊາ.

leftcenterrightdel
 

ວັນທີ 10 ກຸມພາ, Viettel  ໄດ້ປະຕິບັດສຳເລັດການປັບປຸງເຄືອຂ່າຍອິນເຕີແນັດຢູ່ເຂດໝູ່ເກາະ ເຈື່ອງຊາ, ຊ່ວຍນັກຮົບ ແລະປະຊາຊົນຢູ່ເກາະ ເຈື່ອງຊາ ໄດ້ຕ້ອນຮັບປີໃໝ່ປະຈຳຊາດປີຈໍກັບຍາດຕິພີ່ນ້ອງ ແລະຄອບຄົວ. ລາຍລະອຽດ, 11/11 ເກາະໃນແຜນການປັບປຸງ, ແກ້ໄຂພື້ນຖານໂຄງລ່າງເຄືອຂ່າຍອິນເຕີແນັດແມ່ນໄດ້ປະຕິບັດສຳເລັດ. ບັນດາໜ້າວຽກລວມມີ: ສ້ອມແປງ, ປ່ຽນເຄື່ອງຈັກປັ່ນໄຟຟ້າ, ປ່ຽນຖ່ານໃຊ້ພະລັງງານແສງຕາເວັນ... Viettel ກໍ່ໄດ້ຂົນສົ່ງອຸປະກອນສຳຮອງເພື່ອສະໜອງໃຫ້ແກ່ 11 ເກາະຫຼາຍກ່ວາ 20 ໂຕນ. ປະລິມານໜ້າວຽກດັ່ງກ່າວ, ກຳລັງພະນັກງານເຕັກນິກຂອງ Viettel ລວມມີ 12 ຄົນຕ້ອງປະຕິບັດໃຫ້ສຳເລັດພາຍໃນ 1 ເດືອນ.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານຂອງ Viettel ສ້ອມແປງ ແລະຍົກລະດັບລະບົບເຄືອຂ່າຍອິນເຕີແນັດຢູ່ໝູ່ເກາະ ເຈື່ອງຊາ. ພາບ: ມາຍແທງ.

ພາຍຸລູກທີ 16 ຫວ່າງແລ້ວນີ້ໄດ້ສ້າງຄວາມເສຍຫາຍຫຼາຍຢ່າງກ່ຽວກັບພື້ນຖານໂຄງລ່າງໂທລະຄົມມະນາຄົມຢູ່ໝູ່ເກາະ ເຈື່ອງຊາ ແລະບັນດາຮ້ານເວນຍາມ DK1. ເພື່ອຮັບປະກັນໃຫ້ການຕິດຕໍ່ສື່ສານໄດ້ລຸລ່ວງໄປດ້ວຍດີ.

 

ແປໂດຍ: ກວຽດເຕີມ