ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ພາກພູມໃຈຂອງຊຸມວັນຕົ້ນປີໃໝ່, ຕອນເຊົ້າວັນທີ 21 ກຸມພາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມພິທີເປີດ ແລະຕີກອງປຸກລະດົມ “ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນລຸງໂຮ່ ຕະຫຼອດການ” ລະດູບານໃໝ່ປີຈໍ 2018 ໂດຍກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກກ້ານ ຈັດຕັ້ງຢູ່ຕາແສງ ກວນບີ່ງ, ເມືອງ ແບກທົງ, ແຂວງ ບັກກ້ານ.

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້ 2018. ພາບ: ຫງວຽນກຽມ.

ຕີກອງປຸກລະດົມວັນບຸນປູກຕົ້ນໄມ້ ແລະກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ: 58 ປີຜ່ານມາ, ເມື່ອຍາມບຸນເຕັດ, ລະດູບານໃໝ່ວຽນມາ, ການຈົດຈຳ ແລະການປະຕິບັດຕາມຄຳສັ່ງສອນຂອງ ລຸງໂຮ່ “ລະດູບານໃໝ່ແມ່ນວັນບຸນປູກຕົ້ນໄມ້, ເຮັດໃຫ້ປະເທດຊາດນັບມື້ນັບງາມຂຶ້ນ”, ປະຊາຊົນທົ່ວປະເທດພັດຈັດຕັ້ງ “ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫຼອດການ”.

leftcenterrightdel
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີກອງທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້ 2018. ພາບ: vov.vn.

ທ່ານປະທານປະເທດເນັ້ນໜັກວ່າ, ວັນບຸນປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນຫວຽດນາມ ໃນຊຸມວັນບຸນເຕັດ, ຕ້ອນຮັບລະດູບານໃໝ່, ນຳມາເຊິ່ງບັນດາໝາກຜົນອັນໃຫຍ່ຫຼວງ, ປະກອບສ່ວນປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.

ທ່ານປະທານປະເທດຖືວ່າ, ປະຈຸບັນ, ໜ່ວຍໂລກພວມຮ້ອນຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ, ລະດັບນ້ຳທະເລເພີ່ມຂຶ້ນ, ໄພທຳມະຊາດ, ພາຍຸນໍ້າຖ້ວມມີການຜັນແປຢ່າງຜິດປົກກະຕິ... ໄດ້ນາບຂູ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາເສດຖະກິດແບບຍືນຍົງຄຽງຄູ່ໄປກັບການປົກປັກຮັກສາສິ່ງແວດລ້ອມໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການຕໍ່ກັບທຸກປະເທດ. ການປູກຕົ້ນໄມ້, ສ້າງປ່າ ແລະປົກປັກຮັກສາປ່ານັບມື້ນັບມີຄວາມໝາຍສຳຄັນ, ມີລັກສະນະຍຸດທະສາດ.

leftcenterrightdel
ທ່ານປະທານປະເທດ ປູກຕົ້ນໄມ້ພ້ອມກັບບັນດາຜູ້ແທນທີ່ພິທີປຸກລະດົມວັນບຸນປູກຕົ້ນໄມ້ 2018. ພາບ: ຫງວຽນກຽມ.

ທ່ານປະທານປະເທດຮຽກຮ້ອງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ພໍ່ແມ່ປະຊາຊົນ, ພວກສະຫາຍ, ພວກລຸງ, ປ້າ, ອາວ, ອາ, ພວກອ້າຍ, ເອື້ອຍ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດ, ໃນຊຸມວັນບຸນເຕັດ, ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018, ຈົ່ງຫ້າວຫັນເຂົ້າຮ່ວມການປູກຕົ້ນໄມ້, ເພື່ອປູກຕົ້ນໄມ້ໃຫ້ເປັນປ່າ, ປົກປັກຮັກສາຄັນຄູແມ່ນ້ຳ, ທະເລ, ຕ້ານສະພາບດິນເຊາະເຈື່ອນ… ເໝາະສົມກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ; ພ້ອມທັງຍົກສູງສະຕິປົກປັກຮັກສາປ່າ, ສະກັດກັ້ນສະພາບການຕັດ ແລະທຳລາຍປ່າ, ຈູດປ່າ, ຂຸດຄົ້ນປ່າຜິດກົດໝາຍ”.

ເນື່ອງໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຖະຫວາຍທູບທຽນອາໄລຫາລຸງໂຮ່ ຢູ່ເຂດປູຊະນີຍະສະຖານປະຫວັດສາດຊາວໜຸ່ມຕະລຸມບອນ ນາຕູ ຢູ່ຕາແສງ ເກີມຢາງ, ເມືອງ ແບກທົງ ແລະມອບຂອງຂວັນໃຫ້ບັນດາອະດີດຊາວໜຸ່ມຕະລຸມບອນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ ບັກກ້ານ.

ແປໂດຍ: ຮຸຍດົງ