ຖະໜົນດອກໄມ້ສິລະປະນະຄອນເກີ່ນເທີ ປີນີ້ມີຫົວຂໍ້ວ່າ “ນະຄອນເກີ່ນເທີ ອວຍພອນລະດູບານໃໝ່”, ເຊິ່ງຈັດຕັ້ງຢູ່ສອງເສັ້ນທາງຄຽງຄູ່ກັນແມ່ນ ຫວໍວັນເຕີ່ນ - ຫງວຽນທ໋າຍຮອກ (ເມືອງນິງກ່ຽວ) ດ້ວຍລວງຍາວກວ່າ 300 ແມັດ. ຄະນະຈັດຕັ້ງໃຫ້ຮູ້ວ່າ, ຖະໜົນດອກໄມ້ສິລະປະນະຄອນເກີ່ນເທີປີ 2018 ຈະໄຂຂຶ້ນ, ເປີດການບໍລິການຮັບໃຊ້ປະຊາຊົນໃນຕອນຄໍ່າວັນທີ 12 ກຸມພາ.

leftcenterrightdel
ປະຕູໂຂງຂອງຖະໜົນດອກໄມ້ສິລະປະນະຄອນເກີ່ນເທີ  ພົ້ນເດັ່ນດ້ວຍຮູບພາບໂຕໝາທີ່ສະໜິດສະໜົມ, ສາມາດເຄື່ອນເໜັງໄດ້. ພາບ: ຮົ່ງດັງ
leftcenterrightdel
ຢູ່ຖະໜົນດອກໄມ້ປີນີ້ຍັງມີໂລໂກສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮືຂຶ້ນ (1968- 2018). ພາບ: ຮົ່ງດັງ
leftcenterrightdel
ມີຫຼາຍຮູບຈຳລອງໄດ້ຮັບການບົວລະບັດຢ່າງລະອຽດ, ສ້າງຄວາມປະທັບໃຈທີ່ດີງາມໃຫ້ຖະໜົນດອກໄມ້. ພາບ: ຮົ່ງດັງ
leftcenterrightdel
ບັນດາຂັ້ນຕອນສຸດທ້າຍພວມໄດ້ຮັບການສ້າງສໍາເລັດກ່ອນເວລາເປີດຖະໜົນດອກໄມ້. ພາບ: ຮົ່ງດັງ

 

ແປໂດຍ: ທູຈາງ