ອານຸສອນທີ່ເປັນໜ້າຈົດຈໍາທໍາອິດແມ່ນໃນວັນທີ 18 ເດືອນ 12 (ຕາມຈັນທະປະຕິທິນ), ໃກ້ຈະຮອດບຸນປີໃໝ່ປະຈໍາຊາດປີລະກາ 2017, ຄະນະປະຕິບັດງານພວກຂ້າພະເຈົ້າ ໄດ້ເດີນທາງໄປແຂວງ ເທື່ອທຽນເຫວ້ ເພື່ອອວຍພອນບຸນເຕັດ, ມອບຂອງຂວັນ, ຝາກຝັງອາລົມຈິດຂອງບັນດານັກຂ່າວ-ນັກຮົບ ແລະພະນັກງານ, ພາລະກອນກຸ່ມບໍລິສັດ Vingroup ເຖິງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ຕາແສງ ຮົ່ງຮ້າ, ຮຶງງວຽນ (ເມືອງ ອາເລື໋ອຍ); ເທດສະບານເມືອງ ລັງໂກ (ເມືອງ ຟູ໋ລົກ); ຕາແສງ ເຮືອງວັນ, ຕາແສງ ບິ່ງດ່ຽນ (ເທດສະບານແຂວງ  ເຮືອງຈ່າ) ແລະຕາແສງ ຖຸຍບັ່ງ (ເທດສະບານເມືອງ ເຮືອງຖຸຍ). ກ່ອນຈະເດີນທາງ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຕັກເຕືອນວ່າ: “ບັນດາສະຫາຍໄປປະຕິບັດງານໃນຄັ້ງນີ້ຈະປະສົບກັບຄວາມລໍາບາກແຕ່ຕ້ອງມອບຂອງຂວັນໃຫ້ເຖິງມືບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ. ເຖິງວ່າຂອງຂວັນມີມູນຄ່າບໍ່ຫຼາຍກໍ່ຕາມແຕ່ກໍ່ເຕັມໄປດ້ວຍຄວາມຮັກແພງ “ແນວຫຼັງ-ນັກຮົບ”, ຊ່ວຍໃຫ້ບັນດາຄອບຄົວຫາກໍ່ພົ້ນຈາກໄພພິບັດທາງທໍາມະຊາດໄດ້ຕ້ອນຮັບບຸນປີໃໝ່ຢ່າງອົບອຸ່ນ”. ນັ້ນທັງແມ່ນຄໍາຕັກເຕືອນ, ກໍ່ທັງແມ່ນການມອບໝາຍໜ້າທີ່ໃຫ້ຄະນະປະຕິບັດງານ.

leftcenterrightdel
ຕາງໜ້າໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ແກ່ປະຊາຊົນຕາແສງ ຮົ່ງຮ້າ, ເມືອງ ອາເລື໋ອຍ, ແຂວງ ເທື່ອທຽນເຫວ້. ພາບ: ກວາງຖ໋າຍ

ເດີນທາງມາເປັນເວລາຫຼາຍວັນ, ຄະນະພວກຂ້າພະເຈົ້າ ໄດ້ມີໜ້າຢູ່ນະຄອນ ເຫວ້ ຖືກຕາມເວລາທີ່ວາງໄວ້. ໂດຍໄດ້ຮັບການຊ່ວຍເຫຼືອຈາກບັນດາສະຫາຍໃນກອງບັນຊາການທະຫານແຂວງ ເທື່ອທຽນເຫວ້, ຄະນະພວກຂ້າພະເຈົ້າ ໄດ້ມອບຂອງຂວັນເຖິງມືບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຖືກຕາມແຜນການ. ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນຮູ້ສຶກດີໃຈ ແລະມີຄວາມເບີກບານມ່ວນຊື່ນທີ່ສຸດ.

ອ້າຍ Ra Pat Eo, ອາຍຸ 46 ປີ, ຢູ່ບ້ານ Pa Ring, ຕາແສງ ຮົ່ງຮ້າ (ເມືອງ ອາ ເລື໋ອຍ) ແລະພໍ່ເຖົ້າ ເທິນບ໋າກາ, ອາຍຸ 77 ປີ, ຢູ່ບ້ານ ກືແຈ໋ງ 2, ຕາແສງ ຖຸຍບັ່ງ (ເທດສະບານເມືອງ ເຮືອງຖຸຍ) ໄດ້ແບ່ງປັນຄວາມໃນໃຈສູ່ຟັງວ່າ: “ຄິດຮອດຄິດເຖິງອາລົມຈິດຂອງທະຫານ, ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ທະຫານໄດ້ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ອີກແລ້ວ. ປີນີ້, ໃນພາເຂົ້າບູຊາບັນພະບຸລຸດມີເຂົ້າຕົ້ມ, ເຂົ້າໜົມຕື່ມອີກຄອບຄົວຍິ່ງເພີ່ມຄວາມອົບອຸ່ນ...”.

ໃນເດືອນ ຕຸລາ 2017, ເມື່ອເຂດພາກເໜືອ ແລະທິດເໜືອພາກກາງ ປະສົບກັບໄພທໍາມະຊາດໃນບໍລິເວນທີ່ກວ້າງຂວາງ, ຄະນະປະຕິບັດງານຂອງ ໜັງສືພິມກອງທັບປະຊາຊົນຫວຽດນາມ ພ້ອມກັບຜູ້ໃຈບຸນກຸສົນ ໄດ້ແຂ່ງຝົນຜ່ານຜ່ານໍ້າແກ່ງ ເພື່ອຂົນສົ່ງເຂົ້າ ແລະເງິນໄປໜູນຊ່ວຍບັນດາຄອບຄົວຖືກປະສົບໄພທໍາມະຊາດ ຢູ່ບັນດາແຂວງ ກວ້າງບິ່ງ, ຮ່າຕິ້ງ, ພໍ່ແມ່ປະຊາຊົນເຂດຫ່າງໄກສອກຫຼີກຢູ່ແຂວງ ຖ໋າຍງວຽນ, ດ້ຽນບຽນ, ລາຍເຈົາ, ອຽນບ໋າຍ... ປະຊາຊົນຢູ່ເຂດຖືກນໍ້າຖ້ວມຫຼາຍຄົນຢູ່ຕາແສງ ລົກຖຸຍ, ເມືອງ ເລ້ຖຸຍ (ແຂວງ ກວ້າງບິ່ງ) ຮູ້ສຶກຕື້ນຕັນໃຈຈົນນໍ້າຕາໄຫຼ ເມື່ອເຫັນສະພາບນໍ້າຖ້ວມຮອດເຄິ່ງເຮືອນແຕ່ທ່ານພັນເອກພິເສດ ດວ່ານຊວນໂບ້, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະຜູ້ຕາງໜ້າກຸ່ມບໍລິສັດ ລົກເຈີ່ຍ (ແຂວງ ອານຢາງ) ພ້ອມດ້ວຍບັນດານັກຂ່າວ-ນັກຮົບຍັງແຂ່ງຝົນ, ຜ່ານຜ່າພາຍຸນໍ້າຖ້ວມເພື່ອມາມອບເຂົ້າ ແລະມອບເງິນອຸດໜູນໃຫ້ປະຊາຊົນ.

ທ່ານພັນເອກພິເສດ ຮ່າແມ້ງເຕື່ອງ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ແບ່ງປັນວ່າ:  ອາລົມຈິດຍິ່ງເຕັມໄປດ້ວຍ ຄວາມຮັກແພງ, ພາຍຫຼັງການໄປທຳບຸນກຸສົນຫຼາຍເທື່ອພ້ອມກັບບັນດາຜູ້ໃຈບຸນກຸສົນ: ມອບທຶນການສຶກສາຫຼາຍຮ້ອຍທຶນ (ມູນຄ່າ 5 ລ້ານດົ່ງ/ທຶນ) ເພື່ອຊ່ວຍເຫຼືອພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງຢູ່ຕາແສງ ງວຽນຮວ່າ, ເມືອງ ຟູກື, ແຂວງ ຮຶງອຽນ; ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສະຖາບັນສື່ມວນຊົນ ແລະໂຄສະນາ, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບ...“ຫວັງວ່າບັນດາທຶນການສຶກສາເຫຼົ່ານີ້ ຈະຕໍ່ກໍາລັງແຮງ ແລະຄວາມເຊື່ອໝັ້ນຕື່ມອີກ ເພື່ອໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ມານະພະຍາຍາມບືນຕົວຂຶ້ນໃນການຮໍ່າຮຽນ. ນັ້ນກໍ່ແມ່ນຄວາມຜາສຸກ, ຄວາມເບີກບານມ່ວນຊື່ນຂອງບັນດານັກຂ່າວ-ນັກຮົບ”.

ລະດູບານໃໝ່ວຽນມາໃນທຸກແຖບຖິ່ນໃນທົ່ວປະເທດ. ພວກຂ້າພະເຈົ້າ, ບັນດານັກຂ່າວ-ນັກຮົບ, ພັດຮູ້ສຶກຮ້ອນຮົນໃນໃຈເມື່ອຫວນຄືນໜຶ່ງປີທີ່ຄຽງບ່າຄຽງໄຫຼ່ໄປພ້ອມກັບຫຼາຍອົງການຈັດຕັ້ງ, ສ່ວນບຸກຄົນຜູ້ມີໃຈບຸນໃຈກຸສົນ ເດີນທາງໄປລຽບຕາມລວງຍາວຂອງປະເທດຊາດ ເພື່ອເຮັດວຽກງານສັງຄົມ, ເພື່ອການກຸສົນ. ດີໃຈເພາະບັນດາຜົນງານບັນລຸໄດ້, ແຕ່ພວກຂ້າພະເຈົ້າຍັງກັງວົນໃຈວ່າ ເມື່ອບຸນປີໃໝ່ປະຈໍາຊາດປີຈໍ 2018 ນີ້ຍັງມີຄອບຄົວຈໍານວນບໍ່ໜ້ອຍ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ ກໍາລັງລໍຄອຍການຊ່ວຍເຫຼືອຂອງທົ່ວສັງຄົມ.

 

ແປໂດຍ: ຮວ່າງເຈື່ອງ