ເພື່ອໃຫ້ບໍລິສັດໃຫຍ່ສືບຕໍ່ຮັກສາທ່າພັດທະນາ ແລະມີການປ່ຽນແປງໃໝ່ໃນຮູບແບບດໍາເນີນທຸລະກິດໃນປີ 2018, ນັກຂ່າວໜັງສືພິມກອງທັບປະຊາຊົນມີການແລກປ່ຽນກັບຮ້ອຍເອກພິເສດ ເຈິ່ນຈຸງຮືງ ຜູ້ອໍານວຍການບໍລິສັດໃຫຍ່ Viettel Post ທີ່ກ່ຽວຂ້ອງເຖິງບັນຫານີ້.

ນັກຂ່າວ: ປີ 2017, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບໍລິສັດໃຫຍ່ Viettel Post ຍັງຄົງບັນລຸໄດ້ຜົນງານດີເດັ່ນ, ສະຫາຍອະທິບາຍຄືແນວໃດກ່ຽວກັບສິ່ງດັ່ງກ່າວ?

ຮ້ອຍເອກພິເສດ ເຈິ່ນຈຸງຮືງ ໃຫ້ສໍາພາດວ່າ: ປີ 2017, ການແກ່ງແຍ້ງໃນຂົງເຂດໄປສະນີສຸດທີ່ແຮງ. ບັນດາວິສາຫະກິດໃໝ່ເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ, ຄາດຄະເນວ່າມີປະມານ 200 ວິສາຫະກິດ, ໃນຂະນະນັ້ນ, ວິສາຫະກິດສືບຕໍ່ນໍາໃຊ້ນະໂຍບາຍກ່ຽວກັບລາຄາ, ຫຼຸດລາຄາເພື່ອແກ່ງແຍ້ງດ້ານບໍລິການ.

leftcenterrightdel
ຮ້ອຍເອກພິເສດ ເຈິ່ນຈຸງຮືງ, ຜູ້ອໍານວຍການບໍລິສັດໃຫຍ່ Viettel Post. ພາບ: ວັນຟອງ-ຫງວຽນຢາງ.

ນັກຂ່າວ: ລູກຄ້າແມ່ນປັດໄຈຕັດສິນເຖິງຜົນສໍາເລັດ, ໃນປີ 2018, ບໍລິສັດໃຫຍ່ຈະມີຍຸດທະສາດຄືແນວໃດເພື່ອຮັກສາລູກຄ້າໄວ້?

ຮ້ອຍເອກພິເສດ  ເຈິ່ນຈຸງຮືງ ໃຫ້ສໍາພາດວ່າ: ທີໜຶ່ງ, Viettel Post ຈະສະໜອງພື້ນຖານໂຄງລ່າງເຕັກໂນໂລຢີທີ່ທັນສະໄໝ, ຊ່ວຍໃຫ້ລູກຄ້າຄຸ້ມຄອງສິນຄ້າເຄື່ອງຂອງ, ຂອງຝາກທາງໄປສະນີ, ຄຸນນະພາບຂອງໄປສະນີວັດແທກໄດ້ KPI ເຊິ່ງພວກຂ້າພະເຈົ້າໄດ້ໃຫ້ຄໍາໝັ້ນສັນຍາ. ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາຕື່ມອີກວ່າບັນດາຜະລິດຕະພັນ, ການບໍລິການ ເຊິ່ງປະຕິບັດບໍ່ທັນສໍາເລັດ, ບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າແມ່ນບໍ່ຄິດໄລ່ຄ່າບໍລິການ. ນີ້ແມ່ນວິທີເຮັດວຽກເພື່ອປະຕິບັດໃຫ້ຖືກຕ້ອງຕາມຄໍາໝັ້ນສັນຍາຕໍ່ລູກຄ້າ.

ທີສອງແມ່ນພວກຂ້າພະເຈົ້າປະຕິບັດບັນດາຮູບການເພື່ອແນໃສ່ຕອບບຸນແທນຄຸນລູກຄ້າ. ເນື່ອງໃນໂອກາດຕອບບຸນແທນຄຸນນີ້, ພວກຂ້າພະເຈົ້າສຸມໃສ່ເຂົ້າໃນການກໍາແໜ້ນຄວາມຕ້ອງການຂອງລູກຄ້າ ແລະແກ້ໄຂບັນດາປັດໄຈນັ້ນ. ນີ້ແມ່ນປະຖົມປັດໄຈຂອງປີ 2018, ພວກຂ້າພະເຈົ້າຈະສືບຕໍ່ຈັດຕັ້ງກອງປະຊຸມສໍາມະນາໃນກາງປີ, ນັ້ນແມ່ນຮອບວຽນເພື່ອໃຫ້ລູກຄ້າໄດ້ຮັບຟັງ, ເຂົ້າໃຈ ເພື່ອເປັນພື້ນຖານກໍ່ສ້າງ Viettel Post ຕາມທິດນໍາດໍາເນີນທຸລະກິດ, ຍຸດທະສາດດໍາເນີນທຸລະກິດໃໝ່ ແມ່ນມຸ່ງຫາລູກຄ້າຫຼາຍກວ່າປັດໄຈແກ່ງແຍ້ງ.

leftcenterrightdel
Viettel Post ຍູ້ແຮງການໝູນໃຊ້ເຕັກໂນໂລຢີທັນສະໄໝໃນບັນດາການເຄື່ອນໄຫວ. ພາບ: ວັນຟອງ-ຫງວຽນຢາງ.

ນັກຂ່າວ: ໃນທ່າອ່ຽງປັດຈຸບັນ, Viettel Post ໄດ້ເຮັດຫຍັງແດ່ເພື່ອທ່ວງທັນກັບການປະຕິວັດເຕັກໂນໂລຢີ 4.0, ຂໍຮຽນສະຫາຍ?

ຮ້ອຍເອກພິເສດ ເຈິ່ນຈຸງຮືງ ໃຫ້ສໍາພາດວ່າ: Viettel Post ຮູ້ສຶກໄດ້ເລື່ອງໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການສະໜອງບໍລິການ. ເຕັກໂນໂລຢີຂໍ້ມູນຂ່າວສານບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ລູກຄ້າເທົ່ານັ້ນ, ຫາກຍັງສ້າງສະມັດຕະພາບແຮງງານ, ຄວາມໂປ່ງໃສບໍລິການຂຶ້ນໃຫ້ທົ່ວລະບົບ. ສະນັ້ນ, ກ້າວເຂົ້າສູ່ປີ 2018, Viettel Post ຈະແຍກຮູບແບບໃໝ່ ແລະສ້າງຕັ້ງບໍລິສັດໃຫຍ່ເຕັກໂນໂລຢີຢ່າງເປັນທາງການ. ບໍລິສັດນີ້ຈະແກ້ໄຂບັນດາບັນຫາຄວາມຕ້ອງການຂອງລູກຄ້າ, ກໍ່ຄືຄວາມຕ້ອງການພາຍໃນບໍລິສັດໄປສະນີ. ລວມທັງກ່ຽວຂ້ອງເຖິງເລື່ອງລົງທຶນດ້ານເຕັກໂນໂລຢີຂໍ້ມູນຂ່າວສານ, ລົງທຶນດ້ານເຕັກໂນໂລຢີອັດຕະໂນມັດ. ຊໍ້າບໍ່ໜໍາ, ພວກຂ້າພະເຈົ້າຍັງລົງທຶນທັງລະບົບເດີ່ນ ແລະສາງ, ນີ້ແມ່ນບັນດາປັດໄຈ ເຊິ່ງພວກຂ້າພະເຈົ້າຈະລົງທຶນໃນໄລຍະຈະມາເຖິງ.

ຂໍຂອບໃຈ!

 

ແປໂດຍ: ຮຸຍດົງ