ບໍ່ພຽງແຕ່ຜະລິດ, ດໍາເນີນທຸລະກິດເກັ່ງເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງກໍາລັງແຮງບົ່ມຊ້ອນດ້ານເສດຖະກິດຂອງປະເທດ ຊາດອີກດ້ວຍ, ປີ 2017, Viettel ໄດ້ຮັບຮອງເອົາແມ່ນວິສາຫະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງເປັນທາງການ.

ພະນັກງານ Viettel ຄົນໜຶ່ງ ເຮັດວຽກເທົ່າກັບ 33 ຄົນ

ຕາມອົງການຄົ້ນຄວ້າຕະຫຼາດ Ovum (ອັງກິດ) ແລ້ວ, ລະດັບເຕີບໂຕລາຍຮັບສະເລ່ຍປີ 2016 ຂອງຂະແໜງໂທລະຄົມມະນາຄົມໂລກແມ່ນພຽງແຕ່ 4%, ສ່ວນກໍາໄລແມ່ນຫຼຸດລົງ 1,6%.

ໃນປີ 2017, Viettel ບັນລຸໄດ້ລາຍຮັບທັງໝົດແມ່ນ 250.800 ຕື້ດົ່ງ, ເຕີບໂຕ 9,4% ເມື່ອທຽບໃສ່ປີ 2016 ແລະຍອດກໍາໄລບັນລຸເກືອບ 44.000 ຕື້ດົ່ງ, ເພີ່ມຂຶ້ນ 12%.  ໝາກຜົນກ່ຽວກັບກໍາໄລດັ່ງກ່າວແມ່ນສູງທີ່ສຸດເຊິ່ງ Viettel ບັນລຸໄດ້ໃນສະພາບການທີ່ມີການລົງທຶນໃຫ້ເຄືອຂ່າຍອິນເຕີເນັດ 4G ຫຼາຍທີ່ສຸດໃນປີ ແລະລົງທຶນເຂົ້າເຄືອຂ່າຍໂທລະຄົມມະນາຄົມທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ປະເທດ ມຽນມາ.

ຢູ່ພາຍໃນປະເທດ, ເຖິງວ່າຕະຫຼາດອີ່ມຕົວກໍ່ຕາມ, ແຕ່ຂົງເຂດໂທລະຄົມມະນາຄົມຂອງ Viettel ຍັງຄົງເຕີບໂຕ 6,4% (ທົບສອງເທົ່າຄ່າສະເລ່ຍຂອງໂລກ); ສ່ວນການລົງທຶນອອກສູ່ຕ່າງປະເທດແມ່ນເຕີບໂຕ 24,4%, ທົບ 6 ເທົ່າຄ່າສະເລ່ຍຂອງໂລກ. ໃນຂົງເຂດຄົ້ນຄວ້າການຜະລິດ, ກຸ່ມບໍລິສັດ Viettel ບັນລຸໄດ້ລາຍຮັບ 12.500 ຕື້ດົ່ງ.

leftcenterrightdel
ສູນບໍລິຫານເຄືອຂ່າຍທົ່ວໂລກ Viettel.  ພາບ: ມາຍລີງ

ຄຽງຂ້າງຜົນແຫ່ງການດໍາເນີນທຸລະກິດ, Viettel ມອບພັນທະເຂົ້າງົບປະມານ ບັນລຸ 41.140 ຕື້ດົ່ງ, ເພີ່ມຂຶ້ນ 2,3%. ຕົວເລກນີ້ທຽບເທົ່າກັບຍອດລາຍຈ່າຍງົບປະມານສູນໃຫ້ສາມຂົງເຂດພາລະກິດແມ່ນ: ການສຶກສາ-ບໍາລຸງສ້າງ, ພົນລະເມືອງ-ສາທາລະ ນະສຸກ ແລະວິທະຍາສາດ-ເຕັກໂນໂລຢີ.  ສະມັດຕະພາບແຮງງານຂອງ Viettel ບັນລຸ 3,09 ຕື້ດົ່ງ/ຄົນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນຂະນະນັ້ນ, ຕາມການປະກາດຈາກກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ), ສະມັດຕະພາບແຮງງານຂອງຫວຽດນາມ ປີ 2017 ບັນລຸ 93,2 ລ້ານດົ່ງ/ຄົນ, ເພິ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີ 2016. ຄືແນວນັ້ນ, ເມື່ອຄິດໄລ່ພະນັກງານ Viettel ຄົນໜຶ່ງ ເຮັດວຽກແມ່ນເທົ່າກັບ 33 ຄົນ.

ໃນປີຜ່ານມາ, ກຸ່ມບໍລິສັດ Viettel ໄດ້ຮັບຮູ້ 3 ດັດຊະນີສໍາຄັນໃນບັນດາວິສາຫະກິດຫວຽດນາມ, ນັ້ນແມ່ນ:  ວິສາຫະກິດມີກໍາໄລຫຼາຍທີ່ສຸດ; ວິສາຫະກິດເສຍພາສີອາກອນຫຼາຍທີ່ສຸດ ແລະວິສາຫະກິດມີມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດ, ດ້ວຍເກືອບ 2,6 ຕື້ໂດລາສະຫະລັດ (ທົບສອງເທົ່າວິສາຫະກິດຢືນອັນດັບທີສອງ). ນີ້ກໍ່ແມ່ນມູນຄ່າເຄື່ອງໝາຍການຄ້າສູງທີ່ສຸດເຊິ່ງເຄື່ອງ ໝາຍການຄ້າຫວຽດນາມ ບັນລຸໄດ້ນັບແຕ່ກ່ອນມາຮອດປະຈຸບັນ.

ສ້າງຕັ້ງກຸ່ມບໍລິສັດອຸດສາຫະກໍາປ້ອງກັນຊາດ “ນັບຕື້ໂດລາສະຫະລັດ”

ປີ 2017, ບໍລິສັດແມ່ຂອງ Viettel ໄດ້ຮັບການຮັບຮອງຈາກລັດຖະບານວ່າແມ່ນວິສາຫະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ນັບແຕ່ເມື່ອເຄື່ອນໄຫວທຳການຜະລິດ, ດໍາເນີນທຸລະກິດ, ການນໍາ Viettel ໄດ້ມີທັດສະນະສົມທົບເສດຖະກິດກັບຜົນປະໂຫຍດແຫ່ງຊາດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະພັດທະນາສັງຄົມ.

leftcenterrightdel
ກຸ່ມຄົ້ນຄວ້າ, ຜະລິດນັບມື້ນັບປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງ Viettel.  ພາບ: ມາຍລີງ

ເລື່ອງ Viettel ເປັນເຈົ້າການເຂົ້າຮ່ວມ ແລະພັດທະນາພື້ນຖານອຸດສາຫະກໍາເຕັກໂນໂລຢີສູງ ເວົ້າລວມ ແລະອຸດສາຫະກໍາປ້ອງກັນຊາດ ເວົ້າສະເພາະສະແດງໃຫ້ເຫັນແຈ້ງບົດບາດການປະກອບສ່ວນໂດຍກົງ, ປະກອບສ່ວນຍົກສູງກໍາລັງແຮງບົ່ມຊ້ອນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງຊາດ. ຜ່ານກວ່າ 6 ປີ, Viettel ໄດ້ຄົ້ນຄວ້າສໍາເລັດ, ການຜະລິດ ແລະສະໜອງ ຕາມຄວາມຮຽກຮ້ອງຂອງກະຊວງປ້ອງກັນປະເທດ ເພື່ອນໍາເຂົ້າອຸປະກອນໃນທົ່ວກອງທັບຫຼາຍຜະລິດຕະພັນເຕັກໂນໂລຢີສູງທີ່ມີຄຸນນະພາບເທົ່າທຽມ, ຊ້ຳບໍ່ໜຳມີບັນດາລັກສະນະພິເສດລື່ນກາຍ, ເໝາະສົມກັບເງື່ອນໄຂຍຸດທະການ, ດ້ວຍວິທີຕີຂອງກອງ ທັບປະຊາຊົນຫວຽດນາມ ກວ່າເມື່ອທຽບໃສ່ຜະລິດຕະພັນຕ່າງປະເທດ, ຊ່ວຍໃຫ້ລັດຫຼຸດຜ່ອນລາຍຈ່າຍເງິນຕາຕ່າງປະເທດ ເພື່ອນຳເຂົ້າຕື່ມອີກ.

Viettel ໄດ້ຮັບມອບໝາຍໜ້າທີ່ຮອດປີ 2020 ຕ້ອງສ້າງສໍາເລັດກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງດ້ວຍມູນຄ່າລາຍຮັບຈາກການຄົ້ນຄວ້າ, ການຜະລິດອຸປະກອນການທະຫານບັນລຸປະມານ 20.000 ຕື້ດົ່ງ (ເກືອບເທົ່າ 1 ຕື້ໂດລາສະຫະລັດ).

ປະຈຸບັນ, ດ້ວຍກໍາລັງແຮງບົ່ມຊ້ອນ ແລະບັນດາການເຄື່ອນໄຫວຂອງຕົນ, Viettel ມີສາມກຸ່ມບໍລິສັດເສດຖະກິດໃຫຍ່: ກຸ່ມບໍລິສັດກ່ຽວກັບໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານພາຍໃນປະເທດ; ກຸ່ມບໍລິສັດລົງທຶນດໍາເນີນທຸລະກິດສາກົນ ແລະກຸ່ມບໍລິສັດອຸດສາຫະກໍາປ້ອງກັນຊາດ. ລາຍຮັບຂອງແຕ່ລະກຸ່ມບໍລິສັດນີ້ ລ້ວນແຕ່ຂຶ້ນເຖິງນັບສິບໆຫຼືນັບຮ້ອຍພັນຕື້ດົ່ງ ໃນແຕ່ລະປີ.

ໃນພື້ນຖານເສດຖະກິດ, ແຕ່ລະວິສາຫະກິດມີໜຶ່ງທ່າແຮງເພື່ອປະກອບສ່ວນໃຫ້ປະເທດ. ແຕ່ວ່າ, ເພື່ອກາຍເປັນເສົາຄ້ຳແຫ່ງ ຊາດນັ້ນ ວິສາຫະກິດຕ້ອງມີການອຸທິດດ້ານແນວຄິດຈິດໃຈ, ມີຄວາມຮັບຜິດຊອບສູງເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈແຫ່ງຊາດ. ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ພວມມີທ່າອ່ຽງກາຍເປັນເສົາຄ້ຳຄືແນວນັ້ນ.

 

ແປໂດຍ: ເຈິ່ນຮວ່ຽນ