ນອກຈາກນັ້ນ, ແຂວງກໍ່ສະຫງວນ 3,6 ຕື້ດົງໃຫ້ບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວມີຜົວ, ມີລູກປະຕິບັດໜ້າທີ່ຢູ່ຊາຍແດນ, ໝູ່ເກາະ, ປະຕິບັດໜ້າທີ່ສາກົນຢູ່ ລາວ ແລະກໍາປູເຈຍ,... ພ້ອມກັນນັ້ນແຂວງກໍ່ຈັດຕັ້ງບັນດາຄະນະໄປຢື້ຢາມຖາມຂ່າວ, ອວຍພອນບຸນເຕັດແມ່ຫວຽດນາມວິລະຊົນດີເດັ່ນ, ບັນດາທະຫານເຈັບປ່ວຍ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ບັນດາບ້ານ, ເມືອງ, ນະຄອນໃນບໍລິເວນແຂວງ...

leftcenterrightdel
ຜູ້ຕາງໜ້າການນໍາແຂວງ ວິ້ງຟຸກ ມອບຂອງຂວັນໃຫ້ປະຊາຊົນ. ພາບ: vinhphuc.gov.vn

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018, ຄະນະກໍາມະການປະຊາຊົນແຂວງ ວິ້ງຟຸກ ກໍ່ຫັກເງິນຈາກກອງທຶນ ເພື່ອຄົນທຸກຍາກມອບຂອງຂວັນ 960 ພູູດ, ແຕ່ລະພູດມີມູນຄ່າ 400.000 ດົງໃຫ້ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມທຸກຍາກເປັນພິເສດໃນບໍລິເວນແຂວງ. ພ້ອມກັບແຫຼ່ງງົບປະມານຂອງແຂວງ, ບັນດາອົງການ, ກົມກອງ, ທ້ອງຖິ່ນ ແລະບັນດາວິສາຫະກິດຕັ້ງທັບຢູ່ບໍລິເວນແຂວງໄດ້ຕັ້ງໜ້າຂົນຂວາຍ, ບໍລິຈາກ ແລະຈັດຕັ້ງການໄປຢື້ຢາມຖາມຂ່າວ, ມອບຂອງຂວັນ... ໜູນຊ່ວຍ, ຊ່ວຍເຫຼືອທາງດ້ານວັດຖຸ ແລະຈິດໃຈໃຫ້ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມທຸກຍາກເປັນພິເສດໃນການດໍາລົງຊີວິດ.

 

ແປໂດຍ: ເກື່ອງດັ້ງ