WUF ແມ່ນກອງປະຊຸມແຖວໜ້າກ່ຽວກັບບັນດາບັນຫາຕົວເມືອງ ຄື: ການຫັນເປັນຕົວເມືອງໂດຍໄວ ແລະການກະທົບຂອງມັນເຖິງປະຊາຄົມ, ນະຄອນ, ເສດຖະກິດ, ຫຼືນະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ເວທີປາໄສໄດ້ຮັບການຈັດຕັ້ງຄັ້ງທໍາອິດໃນປີ 2001, ມາຮອດປະຈຸບັນໄດ້ກາຍເປັນໜຶ່ງໃນບັນດາເວທີປາໄສສາກົນທີ່ມີຂະໜາດໃຫຍ່ທີ່ສຸດ, ແມ່ນພື້ນຖານເພື່ອໃຫ້ບັນດາຜູ້ນໍາ, ຜູ້ວາງແຜນກໍານົດນະໂຍບາຍ ແລະບັນດາອົງການຈັດຕັ້ງພັດທະນາ ພ້ອມກັນເຕົ້າໂຮມ, ແລກປ່ຽນບົດຮຽນກ່ຽວກັບບັນດາສິ່ງທ້າທາຍໃນສະພາບແວດລ້ອມຕົວເມືອງ.

leftcenterrightdel
ນ້ອງ ແຄ໋ງລິງ ກ່າວຄໍາເຫັນທີ່ເວທີປາໄສ WUF ຄັ້ງທີ 9. ພາບ: ກີ່ງເຈີ່ນ

WUF ຄັ້ງທີ 9 ໄດ້ຮັບການຮັບຮອງຈາກສະຫະປະຊາຊາດວ່າ ແມ່ນເຫດການທໍາອິດທີ່ສຸມໃສ່ເຂົ້າໃນການປະຕິບັດລາຍການດຳເນີນງານໃຫ້ຕົວເມືອງໃໝ່ຂອງກອງປະຊຸມກ່ຽວກັບເຮືອນຢູ່ ແລະພັດທະນາຕົວເມືອງແບບຍືນຍົງ (Habitat) ຂອງສະຫະປະຊາຊາດ ຮຽກຮ້ອງເປີດກວ້າງບັນດາຍ່ານເວຫາສາທາລະນະຢ່າງປອດໄພ, ສໍາຜັດງ່າຍ, ຂຽວ, ມີຄຸນນະພາບ ແລະເປີດໃຫ້ໝົດທຸກຄົນ.

ຫງອກລານ ແລະແຄ໋ງລິງ ແມ່ນສອງຄົນຕາງໜ້າໃຫ້ລຸ່ນເດັກນ້ອຍ ແລະຊາວໜຸ່ມຂອງຕົວເມືອງຫວຽດນາມເຂົ້າຮ່ວມ WUF ຄັ້ງທີ 9 ມີກາລະໂອກາດແບ່ງປັນບັນດາຂໍ້ລິເລີ່ມຊ່ວຍກໍ່ສ້າງນະຄອນປອດໄພກວ່າເກົ່າໃຫ້ເດັກນ້ອຍຍິງ ແລະຊາວໜຸ່ມເຍົາວະຊົນຢູ່ບັນດາປະເທດໃນໂລກ. ແຄ໋ງລິງ ແບ່ງປັນຢູ່ເວທີປາໄສດ້ວຍສານວ່າ “ຈົ່ງສ້າງກາລະໂອກາດເພື່ອໃຫ້ບັນດານ້ອງຍິງສະແດງຄວາມຄິດເຫັນ ແລະທັດສະນາຂອງຕົນ, ຈົ່ງຊ່ວຍພວກນ້ອງສະແດງຕົນເອງ ແລະຍາດໄດ້ຕໍາແໜ່ງເໝາະສົມໃນສັງຄົມ”.

ແປໂດຍ: ທູຈາງ