ຕາມບົດລາຍງານຂອງອົງການກວດສອບແຫ່ງລັັດແລ້ວ, ມາຮອດປະຈຸບັນ, ອົງການກວດສອບແຫ່ງລັັດ ໄດ້ປະຕິບັດສໍາເລັດແຜນການກວດສອບປີ 2017 ໂດຍພື້ນຖານດ້ວຍ 257/257 ບັ້ນກວດສອບໄດ້ປະຕິບັດຕາມແຜນການ, ກວດກາ  273/282 ບົດລາຍງານການກວດສອບ,  ຈໍາໜ່າຍ 193/282 ບົດລາຍງານການກວດສອບ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ດຶກເຟືອງ

ຄິດໄລ່ຮອດວັນທີ 4 ມັງກອນປີ 2018, ໝາກຜົນແຫ່ງການສັງລວມຈາກ 273 ບົດລາຍງານການກວດສອບສະແດງໃຫ້ເຫັນວ່າ, ຈໍານວນເງິນສະເໜີແນະແກ້ໄຂດ້ານການເງິນແມ່ນ 43.660 ຕື້ດົ່ງ.

ພິເສດ, ໃນວຽກງານຄຸ້ມຄອງພະນັກງານບັນຈຸລັດຖະກອນ, ຜູ້ອອກແຮງງານ,  ອົງການກວດສອບແຫ່ງລັດໄດ້ພົບເຫັນຄົນເຫຼືອ 57.157 ຄົນ ແລະມີຂໍ້ສະເໜີແນະເພື່ອປັບປຸງວຽກງານຄຸ້ມຄອງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ດຶກເຟືອງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ໄດ້ຍ້ອງຍໍບັນດາໝາກຜົນເຊິ່ງອົງການກວດສອບບັນລຸໄດ້ໃນໄລຍະຜ່ານມາ,  ປະກອບສ່ວນເຂົ້າໃນວຽກງານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍຢູ່ບັນດາອົງການ, ກົມກອງ.

ໃນໄລຍະຈະມາເຖິງ, ທ່ານນາງ ຫງວຽນທິກິມເງິນ ຮຽກຮ້ອງອົງການກວດສອບແຫ່ງລັດ ສະຫຼຸບ, ຕີລາຄາຮອບດ້ານກົດໝາຍວ່າດ້ວຍການກວດສອບແຫ່ງລັດໂດຍໄວ ເພື່ອສະເໜີປັບປຸງ, ເພີ່ມເຕີ່ມຮອບດ້ານພ້ອມກັບການປັບປຸງບັນດາເອກະສານແນະນໍາໃນການປະຕິບັດກົດໝາຍວ່າດ້ວຍການກວດສອບແຫ່ງລັດໃຫ້ສົມບູນແບບ, ເພີ່ມທະວີເສີມຂະຫຍາຍລັກສະນະເອກະລາດຂອງອົງການກວດສອບແຫ່ງລັດ ກໍ່ຄືຂອງນັກກວດສອບ, ຮັບປະກັນການເຄື່ອນໄຫວຂອງອົງການກວດສອບແຫ່ງລັດ ຍາມໃດກໍ່ມີຄວາມເປີດເຜີຍ, ໂປ່ງໄສ; ກໍ່ສ້າງ, ບໍາລຸງສ້າງ, ຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້ຂອງຖັນແຖວພະນັກງານ, ລັດຖະກອນຢ່າງບໍ່ຢຸດຢັ້ງ...

 

ແປໂດຍ: ທູຈາງ