ຕອນບ່າຍວັນທີ 15 ມັງກອນ, ຢູ່ສໍານັກງານໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7 ຖະໜົນຟານດິ່ງຟຸ່ງ (ຮວ່ານກິມ, ຮ່າໂນ້ຍ), ການນໍາໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຄູອາຈານ ແລະນັກສຶກສາມະຫາວິທະຍາໄລ George Mason (ສະຫະລັດອາເມລິກາ) ມາຢ້ຽມຢາມ ແລະແລກປ່ຽນບົດຮຽນວິຊາການດ້ານສື່ມວນຊົນສົງຄາມ. ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນປະທານການຕ້ອນຮັບ. ພ້ອມກັນເຂົ້າຮ່ວມມີບັນດາທ່ານໃນຄະນະພັກ, ຄະນະບັນນາທິການ...

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຕ້ອນຮັບຄະນະອາຈານ ແລະນັກສຶກສາມະຫາວິທະຍາໄລ George Mason (ສະຫະລັດອາເມລິກາ). ພາບ: ຟຸເຊີນ

ຄະນະອາຈານ ແລະນັກສຶກສາມະຫາວິທະຍາໄລ George Mason (ສະຫະລັດອາເມລິກາ) ມາຢ້ຽມຢາມ ຫວຽດນາມ ລວມມີສະມາຊິກ 4 ຄົນ, ໂດຍທ່ານນາງ Mary Beth Marklein, ໂດຍແມ່ນອາຈານຂອງໂຮງຮຽນເປັນຫົວໜ້າຄະນະ ແລະນັກສຶກສາຂະແໜງສື່ມວນຊົນ 3 ຄົນທີ່ຄົ້ນຄວ້າກ່ຽວກັບຫົວຂໍ້ສົງຄາມ.

leftcenterrightdel
ຄະນະອາຈານ ແລະນັກສຶກສາມະຫາວິທະຍາໄລ George Mason ຢ້ຽມຢາມຫ້ອງມູນເຊື້ອໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ຟຸເຊີນ

ການມາຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ນອນໃນລາຍການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວບໍາລຸງສ້າງສື່ມວນຊົນ ແລະສື່ສານຢູ່ ຫວຽດນາມ ຂອງຄະນະ ເພື່ອໃຫ້ຄະນະມີຄວາມເຂົ້າອົກເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ກວ່າອີກ, ພິເສດແມ່ນມີຄວາມເຂົ້າອົກເຂົ້າໃຈກ່ຽວກັບການປະຕິບັດງານຂອງບັນດານັກຂ່າວໃນໄລຍະສົງຄາມຕື່ມອີກ, ຜ່ານນັ້ນເຂົ້າອົກເຂົ້າໃຈກ່ຽວກັບສາຍພົວພັນສອງປະເທດກວ່າອີກ.

leftcenterrightdel
                                      ບັນຍາກາດທີ່ການຕ້ອນຮັບ. ພາບ: ຟຸເຊີນ

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອ, ພາລະໜ້າທີ່ ແລະການກໍານົດທິດພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຈະມາເຖິງ ແລະໃນຊຸມປີຕໍ່ໄປ.

ປັດຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ມີບັນດາສື່ສິ່ງພິມ: ໜັງສືພິມລາຍວັນ; ໜັງສືພິມລາຍອາທິດ; ໜັງສືພິມລາຍເດືອນ ແລະໜັງສືພິມກອງທັບປະຊາຊົນເອເລັກໂຕນິກ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄະນະອາຈານ ແລະນັກສຶກສາມະຫາວິທະຍາໄລ George Mason (ສະຫະລັດອາເມລິກາ). ພາບ: ຟຸເຊີນ

ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຟ້າມວັນຮ໋ວນ ຢັ້ງຢືນວ່າ, ຜ່ານເກືອບ 68 ປີແຫ່ງວັນສ້າງຕັ້ງ, ພັດທະນາ ແລະເຕີບໃຫຍ່, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຕິດພັນກັບການຕໍ່ຕ້ານປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ຫຼາຍຄົນໄດ້ເສຍສະຫຼະຊີວິດໃນບັ້ນຮົບ.

ແປໂດຍ: ຫງວຽນກຸກ