ຢູ່ບ່ອນທີ່ມີຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍນາໆປະການນີ້, ເມື່ອໂອ້ລົມກັບບັນດານັກຮົບໜຸ່ມກອງຮ້ອຍປະສົມ 90 (ກອງບັນຊາການທະຫານແຂວງ ແຄ໋ງຮວ່າ) ທີ່ກໍາລັງປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະດ່ານໜ້າຂອງປະເທດຊາດທັງເວັນ ແລະຄືນໄວ້ຢ່າງໝັ້ນຄົງນັ້ນຍິ່ງຮູ້ສຶກມີຄວາມອົບອຸ່ນກວ່າ.

leftcenterrightdel
ດອກເໝິຍຂອງນັກຮົບເກາະ ຮ່ອນແຈ. ພາບ: ໂດ໋ກວິ່ງຫງອກຢຽບ.

ກອງຮ້ອຍ 90 ຕັ້ງຢູ່ຈຸດສູງເກືອບ 400 ແມັດເມື່ອທຽບໃສ່ລະດັບນໍ້າທະເລ, ບາງເທື່ອນໍ້າໝອກພັດເຂົ້າມາ. ເຖິງວ່າຫ່າງຈາກຕົວເມືອງທີ່ຄຶກໂຄມໜາແໜ້ນກໍ່ຕາມ, ແຕ່ພະນັກງານ, ນັກຮົບໄດ້ມີຄວາມລຶ້ງເຄີຍກັບຈັງຫວະຊີວິດສະຫງົບງຽບຢູ່ທີ່ນີ້ແລ້ວ. ຍ້ອນເຫດນັ້ນ, ເມື່ອບັນດາກໍາປັ່ນຂົນສົ່ງຄະນະປະຕິບັດງານພ້ອມກັບຂອງຂວັນມາຢ້ຽມຢາມເກາະນັ້ນທະຫານຢູ່ທີ່ນີ້ຕ່າງກໍ່ຮູ້ສຶກກະຕືລືລົ້ນ, ບໍ່ຄິດງໍ້ຕໍ່ການຂ້າມປ່າດົງຍາວກວ່າ 4 ກິໂລແມັດ, ເພື່ອໄປສູ່ທ່າກໍາປັ່ນຕ້ອນຮັບ “ແຂກຜູ້ມີກຽດ” ມາຢ້ຽມຢາມ.

ພິເສດ, ນໍ້າໃຈລະຫວ່າງທະຫານ ແລະປະຊາຊົນທີ່ມີຄວາມສະໜິດແໜ້ນ ແລະໝັ້ນແກ່ນມາແຕ່ດົນນານນັ້ນໄດ້ກາຍເປັນ “ສາຍພົວພັນທີ່ເປັນເອກະລັກສະເພາະ” ຂອງເກາະ ຮ່ອນແຈ. ເພື່ອແບ່ງປັນສະບຽງອາຫານສ່ວນໜຶ່ງໃຫ້ຊາວປະມົງ, ໃນຊຸມວັນທະເລເກີດລົມພາຍຸຢ່າງຮ້າຍແຮງ, ພະນັກງານ, ນັກຮົບໄດ້ຫັກເອົາອາຫານສ່ວນໜຶ່ງໃນແຕ່ລະຄາບເຂົ້າຂອງຕົນໄວ້. “ປະກອບເທື່ອລະນ້ອຍ, ຫັນລົມເປັນພາຍຸ”, ແຕ່ລະປີຈາກ “ໄຫເຂົ້າປະຢັດ” ນັ້ນບັນດາພະນັກງານ, ນັກຮົບສະສົມເຂົ້າສານໄດ້ຫຼາຍຮ້ອຍກິໂລກຣາມ ເພື່ອຊ່ວຍຄອບຄົວທີ່ທຸກຍາກນັບຫຼາຍສິບຄອບຄົວຜ່ານຜ່າຄວາມຫຍຸ້ງຍາກ. ເມື່ອໄພທໍາມະຊາດກຽມພັດເຂົ້າມາ, ທະຫານຍາມໃດກໍ່ມີໜ້າໂດຍທັນທີ ເພື່ອຊ່ວຍເຫຼືອປະຊາຊົນບູລະນະເຮືອນຊານ, ສົ່ງກໍາປັ່ນ, ເຮືອເຂົ້າບ່ອນທີ່ປອດໄພ. ເມື່ອພາຍຸຜ່ານໄປ, ທະຫານສືບຕໍ່ເຂົ້າຮ່ວມການໜູນຊ່ວຍທ້ອງຖິ່ນຄູນຄັນຄູ, ສ້ອມແປງໂຮງຮຽນ, ທາງຄົມມະນາຄົມ, ສຸກສາລາ, ບັນດາກິດຈະການສາທາລະນະ... ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທະຫານລຸງໂຮ່, ເມື່ອຫາປາໄດ້ຫຼາຍ, ພໍ່ແມ່ປະຊາຊົນຢູ່ທີ່ນີ້ກໍ່ເອົາມາແບ່ງໃຫ້ທະຫານ. ນອກນັ້ນ, ພໍ່ແມ່ປະຊາຊົນຍັງເປັນຕາເປັນຫູສະໜອງຂໍ້ມູນທີ່ມີຄຸນຄ່າຫຼາຍຢ່າງ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຕັ້ງທັບໄວ້ຢ່າງໝັ້ນຄົງ.

ທ່ານຮ້ອຍເອກພິເສດ ຫວູດິ່ງຢູ໋ງ, ຫົວໜ້າກອງຮ້ອຍ 90 ແບ່ງປັນວ່າ “ໃນວັນທໍາມະດາ, ເມື່ອດິນຟ້າອາກາດເປັນປົກກະຕິ, ໄປເກາະ ຄືດັ່ງໄປທ່ອງທ່ຽວຊີວະພາບ. ແຕ່ວ່າເມື່ອມີພາຍຸລົມພັດ, ການໄປມາພັດຖືກກີດຂວາງ, ແລະເກາະ ຮ່ອນແຈ ຄືວ່າເຂດທີ່ໄກແສນໄກ... ຍ້ອນແນວນັ້ນເກາະຮ່ອນແຈ ຈຶ່ງຕ້ອງການມີທະຫານ ເພື່ອເຂົ້າຮ່ວມການປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈເພື່ອຕິດພັນກັບທະເລ”.

leftcenterrightdel
ຄວາມເບີກບານມ່ວນຊື່ນຂອງນັກຮົບເກາະ ຮ່ອນແຈ. ພາບ: ໂດ໋ກວິ່ງຫງອກຢຽບ.

ສໍາລັບທ່ານຮ້ອຍເອກພິເສດ ຫວູວັນເດ, ຜູ້ຂັບຂີ່ກໍາປັ່ນຂອງໝວດຂົນສົ່ງທາງນ້ໍາ (ກອງຮ້ອຍ 90) ຖືວ່າ, ຊຸມປີປະຕິບັດງານຢູ່ນີ້ໄດ້ເປັນການຫຼໍ່ຫຼອມເພື່ອໃຫ້ຕົນມີມານະຈິດບືນຕົວຂຶ້ນໃນການດໍາລົງຊີວິດ. ລາວຍັງແບ່ງປັນກັບພວກຂ້າພະເຈົ້າວ່າ “ຊີວິດຂອງທະຫານຢູ່ເກາະຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ຕ້ອງໄກຈາກຄອບຄົວ,  ແຕ່ຍັງມີຄວາມເບີກບານມ່ວນຊື່ນສະເພາະຢູ່.

"ເກາະແມ່ນຄອບຄົວ, ທະເລແມ່ນບ້ານເກີດເມືອງນອນ”, ລາກ່ອນເກາະ ຮ່ອນແຈ, ພວກຂ້າພະເຈົ້າຍິ່ງເຂົ້າໃຈໄດ້ວ່າ: ນໍ້າໃຈອັນແໜ້ນແຟ້ນລະຫວ່າງທະຫານ ແລະປະຊາຊົນ ແມ່ນກໍາລັງແຮງທີ່ຍືນຍົງຄົງຕົວເພື່ອສ້າງສາ, ປົກປັກຮັກສາທະເລ, ໝູ່ເກາະອັນສັກກາລະບູຊາຂອງປະເທດຊາດ.

 

ແປໂດຍ: ຮວ່າງເຈື່ອງ