ປະຈຸບັນ, ໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກໍາ 4.0-ການປະຕິວັດຜະລິດໃໝ່ຕິດພັນກັບບັນດາບຸກທະລຸທີ່ບໍ່ເຄີຍມີມາກ່ອນກ່ຽວກັບເຕັກໂນໂລຢີ, ກ່ຽວຂ້ອງເຖິງການເຊື່ອມຕໍ່ອິນເຕີແນັດ, cloud computing, ການພິມ 3D... ການປະຕິວັດອຸດສາຫະກໍາ 4.0 ໄດ້ຮັບຄາດຄະເນວ່າຈະມີການກະທົບຢ່າງແຮງເຖິງທຸກໆປະເທດ, ລັດຖະບານ, ວິສາຫະກິດ ແລະປະຊາຊົນໃນທົ່ວໂລກ, ກໍ່ຄືເຮັດໃຫ້ແບບວິທີການເຮັດວຽກ ແລະການຜະລິດປ່ຽນແປງໂດຍພື້ນຖານ.

leftcenterrightdel
ພາບປະກອບຈາກ: thepitcher.org

ຕາມລາຍງານຂອງ WEF, ໃນຈໍານວນ 100 ປະເທດ ແລະພື້ນຖານເສດຖະກິດໄດ້ຮັບການຕີລາຄາຈາກ WEF ນັ້ນ, ສາມປະເທດອາຊີແມ່ນ ຍີ່ປຸ່ນ, ສ. ເກົາຫຼີ ແລະຈີນ ນອນໃນ top 5 ປະເທດແຖວໜ້າກ່ຽວກັບພື້ນຖານຜະລິດໃນປະຈຸບັນ. ສາມປະເທດນີ້ຖືກຈັດອັນດັບທີ 1, 2 ແລະ 5 ຕາມລໍາດັບ. ສອງປະເທດເອີລົບແມ່ນ ເຢັຍລະມັນ, ສະວິດ ຖືກຈັດອັນດັບທີ 2 ແລະ 4 ຕາມລໍາດັບ, ອາເມລິກາ ຖືກຈັດອັນດັບທີ 7.

ສະຫຼຸບຂອງ WEF ອີງໃສ່ສອງມາດຖານຕົ້ນຕໍແມ່ນໂຄງປະກອບການຜະລິດ ແລະກໍາລັງໜູນຊຸກຍູ້ການຜະລິດ, ສອງປັດໄຈຫຼັກແຫຼ່ງທີ່ຊ່ວຍກໍານົດປະເທດອາດສາມາດໄດ້ຮັບຜົນປະໂຫຍດຈາກການປະຕິວັດອຸດສາຫະກໍາ 4.0.

WEF ເນັ້ນໜັກວ່າ, ຂໍ້ສະຫຼຸບຂອງບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າບັນດາຂົງເຂດສາທາລະນະ ແລະເອກະຊົນຄວນຕັ້ງໜ້າປຶກສາຫາລືກ່ຽວກັບບັນດາເງື່ອນໄຂ ແລະປັດໄຈທີ່ຈໍາເປັນ, ກໍ່ຄືກໍານົດບັນດາຂົງເຂດລະອຽດເພື່ອສົມທົບກັນເຄື່ອນໄຫວເພື່ອແນໃສ່ລັດໜ້າການປະຕິວັດອຸດສາຫະກໍາ 4.0.

 

ແປໂດຍ: ເກື່ອງດັ້ງ