leftcenterrightdel
ທ່ານພົນເອກ ໂງຊວນລິກ ຢ້ຽມຢາມຖາມຂ່າວບັນດາພະນັກງານຂັ້ນສູງກອງທັບທີ່ໄດ້ພັກບຳນານ, ພັກການ. ພາບ: ຮວ່າງແທ່ງ-ຊວນເກື່ອງ

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລກປ່ຽນກັບບັນດານາຍທະຫານເຂົ້າຮ່ວມງານພົບປະສັງສັນ. ພາບ: ຮວ່າງແທ່ງ-ຊວນເກື່ອງ

leftcenterrightdel
ທ່ານພົນໂທ ຟານວັນຢາງ ຢ້ຽມຢາມຖາມຂ່າວທ່ານພົນໂທ ຟານຈູງກຽນ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: ຮວ່າງແທ່ງ-ຊວນເກື່ອງ

leftcenterrightdel
  ບັນດາຜູ້ແທນໂອ້ລົມ, ແລກປ່ຽນຄໍາຄິດເຫັນທີ່ງານພົບປະສັງສັນ. ພາບ: ຮວ່າງແທ່ງ-ຊວນເກື່ອງ

ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດເປັນປະທານງານພົບປະສັງສັນ. ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ແຈ້ງໃຫ້ຊາບກ່ຽວກັບສະຖານະການການເມືອງທີ່ພົ້ນເດັ່ນໃນໂລກ, ພາກພື້ນ ແລະພາຍໃນປະເທດ; ກົນອຸບາຍ, ເລ່ລ່ຽມ, ການເຄື່ອນໄຫວຕ້ານທໍາລາຍຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ; ຜົນແຫ່ງການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກອງທັບປະຊາຊົນ, ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2017; ພ້ອມທັງເຕື້ອງເຖິງທິດທາງ, ການປະຕິບັດໜ້າທີ່ປີ 2018. ທ່ານຢືນຢັັນວ່າ, ໃນໄລຍະຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຍາມໃດກໍ່ເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນແນວຄິດຈິດໃຈ, ຄວາມມຸ່ງຫວັງ, ຮັບຮູ້ຄຸນງາມຄວາມດີ, ຮັບເອົາບັນດາຄໍາຄິດຄໍາເຫັນ, ບົດຮຽນອັນລໍ້າຄ່າຂອງຖັນແຖວພະນັກງານຂັ້ນສູງກອງທັບທີ່ໄດ້ພັກບໍານານ, ພັກການສໍາລັບພາລະກິດປັບປຸງການປ້ອງກັນຊາດ, ກໍ່ສ້າງກອງທັບ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
   ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ງານພົບປະສັງສັນ. ພາບ: ຮວ່າງແທ່ງ-ຊວນເກື່ອງ
leftcenterrightdel
              ບັນດາຜູ້ແທນເຂົ້າຮ່ວມງານພົບປະສັງສັນ. ພາບ: ຮວ່າງແທ່ງ-ຊວນເກື່ອງ

ເລື່ອງຈັດຕັ້ງງານພົບປະສັງສັນກັບພະນັກງານຂັ້ນສູງກອງທັບທີ່ໄດ້ພັກບຳນານ, ພັກການໃນແຕ່ລະປີແມ່ນການເຄື່ອນໄຫວສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງກອງທັບປະຊາຊົນຫວຽດນາມ, ຂອງທະຫານລຸງໂຮ່; ສະແດງຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ, ອາລົມຈິດ, ຄວາມເອົາໃຈໃສ່, ຄວາມເຊື່ອໝັ້ນຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດສໍາລັບຖັນແຖວພະນັກງານຂັ້ນສູງກອງທັບຜ່ານໄລຍະຕ່າງໆ; ຢືນຢັນຈິດໃຈຮັບຜິດຊອບ, ຄວາມສາມັກຄີ, ເປັນເອກະພາບ, ຄວາມຕັດສິນໃຈສູງຂອງພະນັກງານຂັ້ນສູງກອງທັບຮຸ່ນຕ່າງໆສໍາລັບພາລະກິດປົກປັກຮັກສາປະເທດຊາດ, ກໍ່ສ້າງກອງທັບໃນປັດຈຸບັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຖັນແຖວພະນັກງານຂັ້ນສູງທີ່ໄດ້ພັກບຳນານ, ພັກການສືບຕໍ່ແລກປ່ຽນ, ຖ່າຍທອດບົດຮຽນ, ປະກອບຄໍາຄິດຄໍາເຫັນຢ່າງສຸດຈິດສຸດໃຈຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບການນໍາພາ, ຊີ້ນໍາພາລະກິດປົກປັກຮັກສາປະເທດຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກອງທັບປະຊາຊົນຫວຽດນາມ ໃນສະພາບການໃໝ່.

 

ແປໂດຍ: ຫງວຽນກຸກ