ຕອນຄໍ່າວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດສະເຫຼີມສະຫຼອງ 87 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18/11/1930-18/11/2017) ຂອງຕາແສງ ດ້ຽນບຽນ, ເມືອງ ບາດິ່ງ, ຮ່າໂນ້ຍ. ພ້ອມກັນເຂົ້າຮ່ວມມີທ່ານ ອວງຈູລືວ ຮອງປະທານສະພາແຫ່ງຊາດ ແລະການນໍາບັນດາກະຊວງ, ຂະແໜງການ, ຄະນະກໍາມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ.  

ທີ່ພິທີ, ບັນດາຜູ້ແທນ ແລະປະຊາຊົນຕາແສງດ້ຽນບຽນ ໄດ້ພ້ອມກັນຫວນຄືນປະຫວັດມູນເຊື້ອຢ່າງສະຫງ່າລາສີຂອງແນວໂຮມປະເທດຊາດຫວຽດນາມ.ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ແນວໂຮມປະເທດຊາດຫວຽດນາມຕາແສງ ດ້ຽນບຽນ ກໍ່ໄດ້ຂົນຂວາຍ, ສຸມກຳລັງ ແລະເສີມຂະຫຍາຍກໍາລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ; ລະດົມກຳລັງໃຈປະຊາຊົນທຸກຊັ້ນວັນນະປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ, ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາໃນບໍລິເວນຊຸມຊົນ”; ຂະບວນການ “ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ”; ຂະບວນການ “ຕອບບຸນແທນຄຸນ”, ຂະບວນການ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”....

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະການນໍາບັນດາກະຊວງ, ຂະແໜງການ, ນະຄອນຮ່າໂນ້ຍ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ບັນດານັກຮຽນປະສົບກັບຄວາມຫຍຸ້ງຍາກບືນຕົວຂຶ້ນໃນຊີວິດ ແລະຮໍ່າຮຽນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ. ພາບ: vov.vn

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຈິດໃຈຂອງພັກ, ຂອງລຸງໂຮ່, ນັ້ນແມ່ນສາມັກຄີປະຊາຊົນທຸກຊັ້ນວັນນະ, ປະຕິບັດພາລະກິດການປະຕິວັດໂດຍພັກກອມມູນິດຫວຽດນາມ ນໍາພາ. ເນັ້ນໜັກຄໍາສັ່ງສອນຂອງລຸງໂຮ່ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ. ສໍາເລັດຜົນ, ສໍາເລັດຜົນ, ມະຫາສໍາເລັດຜົນ”.

ທົບທວນຄືນໜຶ່ງປີທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງການນໍາ ແລະປະຊາຊົນທຸກຊັ້ນວັນນະໃນຕາແສງ ດ້ຽນບຽນ ໄດ້ປະຕິບັດບັນດາຂະບວນການເປັນຢ່າງດີ.

ທ່ານກໍ່ເນັ້ນໜັກເຖິງບົດບາດຂອງປະຊາຊົນແມ່ນ “ເປັນຫູ, ເປັນຕາ” ເປັນ “ຕາໜ່າງເຫຼັກກ້າ” ໜາທີ່ສຸດເພື່ອປ້ອງກັນຄວາມສະຫງົບຂອງປະເທດຊາດ, ທ່ານກໍ່ຕີລາຄາສູງຕາແສງໄດ້ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຕາແສງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ພະນັກງານ, ປະຊາຊົນຕາແສງດ້ຽນບຽນ, ເມືອງ ບາດິ່ງ, ຮ່າໂນ້ຍ. ພາບ: vov.vn

ເນັ້ນໜັກວ່າ, ຕາແສງດ້ຽນບຽນ ເປັນຕາແສງໃຈກາງຂອງນະຄອນຫຼວງ ຮ່າໂນ້ຍ, ສະຖານທີ່ທີ່ມີບັນດາອົງການສູນກາງ ແລະທ້ອງຖິ່ນ, ແຕ່ຍັງມີບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ, ທ່ານນາຍົກລັດຖະມົນຕີ ສະເໜີການນໍາ, ປະຊາຊົນທຸກຊັ້ນວັນນະແກ້ໄຂສະພາບຕົວຈິງນີ້, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນແມ່ນຮັກສາບັນດາຈຸດວັດທະນະທໍາຂອງຄອບຄົວຫວຽດນາມ...

 

ແປໂດຍ: ຫງວຽນກຸກ