leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຮ່າ

ເຂົ້າຮ່ວມກອງປະຊຸມມີທ່ານ ຫງວຽນຮົ່ງວີງ,  ອະດີດກໍາມະການສູນກາງພັກ, ອະດີດຮອງຫົວໜ້າຄະນະປະຈໍາການຄະນະແນວຄິດ - ວັດທະນະທໍາສູນກາງ; ນັກທິດສະດີ, ນັກຄົ້ນຄວ້າວິທະຍາສາດພາຍໃນ ແລະນອກກອງທັບຈໍານວນໜຶ່ງ; ມີຜູ້ຮ່ວມງານດີເດັ່ນທາງທິດເໜືອກວ່າ 100 ຄົນໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຜ່ານມາ; ບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ແລະຕາງໜ້າຜູ້ບັນຊາການບັນດາພະແນກ, ຄະນະສັງກັດໜັງສືພິມກອງທັບປະຊາຊົນຫວຽດນາມ.

ກອງປະຊຸມທັງເປັນກາລະໂອກາດເພື່ອໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ລະດົມກໍາລັງໃຈ,  ຮັບຮູ້ຄວາມມານະພະຍາ ຍາມຂອງບັນດາຜູ້ຮ່ວມງານ, ທັງເປັນບ່ອນໃຫ້ບັນດາຜູ້ຮ່ວມງານໄດ້ພົບປະ, ຖອດຖອນບົດຮຽນ, ແລກປ່ຽນບົດຮຽນ, ພ້ອມທັງຮັບເອົາການກໍານົດທິດໂຄສະນາໃນບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຕໍ່ໄປ ແລະຍູ້ແຮງວຽກ ງານຈຳໜ່າຍ, ໂຄສະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຕາມຄໍາສັ່ງແນະນໍາເລກທີ 77/2011 ແລະເລກທີ 104/2014 ຂອງກະຊວງປ້ອງກັນປະເທດ.

leftcenterrightdel
ບັນຍາກາດກອງປະຊຸມ. ພາບ: ຮວ່າງຮ່າ

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ເນັ້ນໜັກວ່າ, ໃນຕະຫຼອດວິວັດການກໍ່ສ້າງ, ພັດທະນາ ແລະເຕີບໃຫຍ່, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນວຽກງານເພື່ອນຜູ້ອ່ານ ແລະພັດທະນາຖັນແຖວຜູ້ຮ່ວມ ງານ. ນີ້ແມ່ນບັນດາເພື່ອນຮ່ວມອາຊີບສັດຊື່ບໍລິສຸດ, ໄດ້ສະໜິດຕິດພັນ, ສະໜັບສະໜູນ, ປະຕິບັດງານຢ່າງຕັ້ງໜ້າກັບໜັງສືພິມກອງທັບປະຊາຊົນຫວຽດນາມ ໃນຫຼາຍປີຜ່ານມາ.

ທ່ານຫົວໜ້າບັນນາທິການໃຫຍ່ໄດ້ແນະນໍາກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະພາບການພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະຜ່ານມາກໍ່ຄືການພັດທະນາຂອງວຽກງານຜູ້ຮ່ວມງານ ແລະວຽກງານຈໍາໜ່າຍຂອງໜັງສືພິມ. ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຢືນຢັນວ່າ, 2 ປີຜ່ານມາ, ໜັງສືພິມກອງທັບປະຊາຊົນຫວຽດນາມ ມີບາດກ້າວພັດທະນາຢ່າງແຮງ, ຮອບດ້ານໃນທຸກຂົງເຂດ; ສືບຕໍ່ຢັ້ງຢືນຖານະບົດບາດແມ່ນໜຶ່ງໃນບັນດາໜັງສືພິມການເມືອງແຖວໜ້າຂອງປະເທດ.

ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ  ປາດຖະໜາວ່າ, ຜ່ານກອງປະຊຸມນີ້, ບັນດາຜູ້ແທນຈະປະກອບຄຳເຫັນກົງໄປກົງມາ, ພ້ອມທັງຍົກອອກຫຼາຍມາດຕະການເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານຜູ້ຮ່ວມງານໃນໄລຍະຈະມາເຖິງກວ່າອີກ, ຜ່ານນັ້ນສືບຕໍ່ຍົກສູງຄຸນນະພາບບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ມອບໃບຍ້ອງຍໍໃຫ້ 2 ໝູ່ຄະນະ. ພາບ: ຮວ່າງຮ່າ
leftcenterrightdel
ໜັງສືພິມກອງທັບປະຊາຊົນຫວຽດນາມ ມອບໃບຍ້ອງຍໍໃຫ້ແກ່ບັນດາບຸກຄົນໄດ້ຕັ້ງໜ້າຮ່ວມງານກັບໜັງສືພິມກອງທັບປະຊາຊົນຫວຽດນາມ  ໃນໄລຍະຜ່ານມາ. ພາບ: ຮວ່າງຮ່າ

ທີ່ກອງປະຊຸມ, ບັນດາຜູ້ຮ່ວມງານໄດ້ມີບັນດາຄຳເຫັນຢ່າງເລິກເຊິ່ງ, ໃນນັ້ນສະເໜີບາງວິທີການແກ້ໄຂຄື: ໜັງສືພິມກອງທັບປະຊາຊົນຫວຽດນາມ ຄວນສືບຕໍ່ຍົກສູງຄຸນນະພາບບັນດາຄໍລຳ “ເຮັດໃຫ້ຍຸດທະສາດຖືກປາລາໄຊ “ຕ້ານການຫັນປ່ຽນໂດຍສັນຕິ”, ຕ້ານ ແລະສະກັດກັ້ນ “ການຜັນແປດ້ວຍຕົນເອງ” “ການຫັນປ່ຽນດ້ວຍຕົນເອງ” ກວ່າອີກ...

ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ   ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຖັນແຖວຜູ້ຮ່ວມ ງານສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບພະນັກງານ, ນັກບັນນາທິການ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ປະຕິບັດງານຢ່າງຕັ້ງໜ້າ, ມີປະສິດທິຜົນ, ເພື່ອແນໃສ່ຍົກສູງຄຸນນະພາບບັນດາສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ກວ່າອີກ.

ທີ່ກອງປະຊຸມ, ໜັງສືພິມກອງທັບປະຊາຊົນຫວຽດນາມ   ໄດ້ມອບໃບຍ້ອງຍໍໃຫ້ແກ່ 2 ໝູ່ຄະນະ, ບຸກຄົນ 10 ຄົນ, ຍ້ອງຍໍຊົມເຊີຍ 1 ໝູ່ຄະນະ, ບຸກຄົນ  12 ຄົນ ໄດ້ຕັ້ງໜ້າຮ່ວມງານກັບໜັງສືພິມກອງທັບປະຊາຊົນຫວຽດນາມ  ໃນໄລຍະຜ່ານມາ.

 

ແປໂດຍ: ເຈິ່ນຮວ່ຽນ