ທີ່ການຕ້ອນຮັບທ່ານ Lee Hyuk, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາຫວຽດນາມ, ໄດ້ດໍາເນີນໃນວັນທີ 16 ພະຈິກ, ທ່ານ ຫງວຽນແທງຟອງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ເນັ້ນໜັກວ່າ: ຜ່ານການຮ່ວມມືເສດຖະກິດ ແລະການພົບປະແລກປ່ຽນວັດທະນະທໍາ, ສາຍພົວພັນລະຫວ່າງນະຄອນໂຮ່ຈິມິນກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ນັບມື້ນັບໝັ້ນແກ່ນ. ທ່ານ ຫງວຽນແທງຟອງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ນະຄອນໂຮ່ຈິມິນ ໄດ້ລົງນາມໃນບັນດາເອກະສານຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ແລະນໍາມາເຊິ່ງໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

leftcenterrightdel
ທ່ານ ຫງວຽນແທງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ຕ້ອນຮັບທ່ານ Lee Hyuk, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາຫວຽດນາມ. ພາບ: ມີງຫງວຽນ

ປະຈຸບັນ, ນະຄອນໂຮ່ຈິມິນ ແລະແຂວງ Gyeongsangbuk-do (ສ.ເກົາຫຼີ) ພວມຈັດຕັ້ງງານບຸນວັດທະນະທໍາໂລກນະຄອນ ໂຮ່ຈິມິນ-Gyeongju 2017 ດ້ວຍການເຄື່ອນໄຫວຫຼາຍຢ່າງ, ດຶງດູດແຂກທ່ອງທ່ຽວ, ຊາວທ້ອງຖິ່ນ ແລະວິສາຫະກິດມາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ທີ່ການຕ້ອນຮັບ, ທ່ານ Lee Hyuk ຖືວ່າ, ສາຍພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ພວມນັບມື້ນັບພັດທະນາຢ່າງດີງາມ. ໃນໄລຍະຈະມາເຖິງ, ທ່ານ Lee Hyuk ປາດຖະໜາວ່າ, ຄຽງຂ້າງການຮ່ວມມືດ້ານເສດຖະກິດ, ນະຄອນໂຮ່ຈິມິນ ແລະບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ຈະຍູ້ແຮງການພົບປະແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ.

 ແປໂດຍ: ຫງວຽນກຸກ