ໂຄງການໜ່ວຍປະສົມຜະລິດລົດໂອໂຕ VINFAST ໄດ້ຜັນຂະຫຍາຍໃນເນື້ອທີ່ 335 ເຮັກຕາ, ໂດຍບໍລິສັດຜະລິດ ແລະດໍາເນີນທຸລະກິດ VINFAST ຈໍາກັດ - ສະມາຊິກຂອງກຸ່ມບໍລິສັດ Vingroup ເປັນເຈົ້າຂອງການລົງທຶນ. ຍອດຈໍານວນທຶນຂອງໂຄງການແມ່ນປະມານ 3,5 ຕື້ USD.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຟັງການນໍາກຸ່ມບໍລິສັດ Vingroup ລາຍງານຄວາມຄືບໜ້າຂອງໂຄງການໜ່ວຍປະສົມຜະລິດລົດໂອໂຕ VINFAST ຢູ່ນະຄອນ ຫາຍຟ່ອງ. ພາບ: ຫງວຽນເຕີ໋ນຕວນ
leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກັບພາລະກອນຂອງໂຄງການໜ່ວຍປະສົມຜະລິດລົດໂອໂຕ VINFAST ຢູ່ນະຄອນ ຫາຍຟ່ອງ. ພາບ: ຫງວຽນເຕີ໋ນຕວນ

ດ້ວຍແຜນນະໂຍບາຍລັດໜ້າດ້ານເຕັກໂນໂລຢີ ແລະເປັນມິດກັບສິ່ງແວດລ້ອມ, VINFAST ຈະໝູນໃຊ້ເຕັກໂນໂລຢີທັນສະໄໝທີ່ສຸດຂອງໂລກເຂົ້າໃນການຜະລິດເພື່ອປົກປັກຮັກສາສິ່ງແວດລ້ອມ. ນອກຈາກນັ້ນ, VINFAST ຍັງມຸ່ງໄປເຖິງການສ້າງຕັ້ງສູນຄົ້ນຄວ້າລົດໂອໂຕຢູ່ອາຊີຕາເວັນອອກສ່ຽງໃຕ້ເພື່ອແນໃສ່ຄົ້ນຄວ້າ ແລະຄັດເລືອກບັນດາມາດຕະການເຕັກໂນໂລຢີໃຫ້ລົດປະເພດຕ່າງໆຊຸດທໍາອິດຂອງໂຮງງານ.

VINFAST ມຸ່ງໄປເຖິງການສ້າງເຄື່ອງໝາຍການຄ້າຫວຽດນາມ ທີ່ມີຄຸນນະພາບສູງ, ໄດ້ຮັບການຮັບຮອງໃນເວທີສາກົນ, ພ້ອມທັງເປີດກາລະໂອກາດກໍາມະສິດລົດໂອໂຕ, ລົດຈັກມີຄຸນນະພາບສູງ, ເປັນມິດກັບສິ່ງແວດລ້ອມ, ເໝາະສົມກັບຕະຫຼາດ, ຄວາມນິຍົມ ແລະລາຍຮັບຂອງປະຊາຊົນພາຍໃນປະເທດ ແລະສາກົນ.

ທ່ານເລຂາທິການໃຫຍ່ຮັບຮູ້ວ່າ, ເຖິງວ່າເວລາຜັນຂະຫຍາຍສັ້ນກໍ່ຕາມ, ແຕ່ VINFAST ບັນລຸໄດ້ບາງໝາກຜົນໃນເບື້ອງຕົ້ນ. ໂດຍສະເພາະແມ່ນການເຕົ້າໂຮມຖັນແຖວພະນັກງານແຖວໜ້າໃນໂລກ ແລະມີຫຼາຍບົດຮຽນໃນຂົງເຂດຜະລິດລົດໂອໂຕເຂົ້າຮ່ວມການຄົ້ນຄວ້າ, ຄຸ້ມຄອງການຜະລິດ.

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ VINFAST ສືບຕໍ່ຜັນຂະຫຍາຍບັນດາບາດກ້າວຕໍ່ໄປຢ່າງມີປະສິດທິຜົນ; ເປັນຕົ້ນແມ່ນເລື່ອງຍູ້ໄວຄວາມຄືບໜ້າກໍ່ສ້າງໂຮງງານ, ຮັບສະໝັກພະນັກງານ ແລະບໍາລຸງສ້າງບຸກຄະລາກອນ; ຕັ້ງໜ້າຮ່ວມມືກັບບັນດາຄູ່ຮ່ວມມືແຖວໜ້າພາຍໃນ ແລະຕ່າງປະເທດເພື່ອປະຕິບັດການຄົ້ນຄວ້າ ແລະຄັດເລືອກບັນດາມາດຕະການເຕັກໂນໂລຢີໃຫ້ແກ່ປະເພດລົດຊຸດທໍາອິດຂອງ VINFAST ເຊິ່ງຈະສະເໜີຕົວໃນທ້າຍປີ 2018 ສຳລັບລົດຈັກໄຟຟ້າ ແລະທ້າຍປີ 2019 ສຳລັບລົດໂອໂຕ.

ແປໂດຍ: ທູຈາງ