ເຕີນຫືງ ແມ່ນຕາແສງເຂດພູດອຍຂອງເມືອງ ລ້າງຢາງ, ມີເນື້ອທີ່ດິນທໍາມະຊາດແມ່ນ 1.336 ເຮັກຕາ. ຕາແສງມີ 15 ບ້ານ, ດ້ວຍ 2.825 ຄອບຄົວ ແລະ 11.200 ຄົນ; ມີ 7 ຊົນເຜົ່າ ແລະ 1 ສາສະໜາກາໂຕລິກ. ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງ ເຕີນຫືງ ເປັນກຽດທີ່ພັກ, ລັດໄດ້ມອບນາມມະຍົດກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນສະໄໝຕ້ານຝະລັ່ງໃນປີ 2005; ໄດ້ຮັບການຮັບຮອງເປັນຕາແສງບັນລຸໄດ້ມາດຕະຖານຊົນນະບົດໃໝ່ໃນເດືອນ ຕຸລາ 2015.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ກັບພໍ່ແມ່ປະຊາຊົນບັນດາຊົນເຜົ່າຕາແສງ ເຕີນຫືງ. ພາບ: TTXVN

ໃນຊຸມວັນຜ່ານມາ, ການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາຢູ່ເຂດຊຸມຊົນ”, ປະຈຸບັນແມ່ນບັ້ນຂົນຂວາຍ “ທົ່ວປວງຊົນສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ໄດ້ຮັບຄວາມເອົາໃຈໃສ່ຈາກການຊີ້ນໍາ-ນຳພາຢ່າງໃກ້ສິດຂອງບັນດາຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ສາມັກຄີ, ພະຍາຍາມ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນໃນຕາແສງ, ເສດຖະກິດຂອງຕາແສງພັດທະນາຢ່າງຕໍ່ເນື່ອງ, ເຕີບໂຕດີພໍສົມຄວນ.

ສະແດງຄວາມປິຕິຊົມຊື່ນກ່ຽວກັບວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດລະຫວ່າງເຂດຊຸມຊົນຕາແສງ ເຕີນຫືງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ  ໄດ້ຕີລາຄາສູງຄະນະພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ, ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າຕາແສງ ເຕີນຫືງ ໄດ້ຍົກສູງຈິດໃຈສາມັກຄີ, ຮັກແພງກັນ, ເສີມຂະຫຍາຍນ້ຳໃຈບ້ານໃກ້ເຮືອນຄຽງ, ຕັ້ງໜ້າຊ່ວຍເຫຼືອເຊິ່ງກັນ ແລະກັນເພີ່ມການຜະລິດ, ພັດທະນາເສດຖະກິດຄອບຄົວ, ປະຕິບັດສໍາເລັດໜ້າທີ່ດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມເປັນຢ່າງດີ.

ທ່ານປະທານປະເທດ ເຈີ່ນດ້ານກວາງ ໄດ້ຊີ້ແຈ້ງວ່າ, ປະເທດຊາດເຂົ້າສູ່ສະໄໝຫັນເປັນອຸດສາຫະກໍາ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງດ້ວຍກາລະໂອກາດ, ສະດວກຫຼາຍຢ່າງ, ແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍປະສົມປະສານກັນຫຼາຍຢ່າງ. ເພື່ອເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ໃນໄລຍະຜ່ານມາ, ຕັ້ງໜ້າປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະບັນດາມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ເມືອງ, ຕາແສງໄດ້ວາງອອກໄດ້ຢ່າງມີໄຊ. ຄະນະພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດຫວຽດນາມ ແຂວງ ບັ໋ກຢາງ ເວົ້າລວມ, ຕາແສງ ເຕີນຫືງ ເວົ້າສະເພາະຄວນສືບຕໍ່ປ່ຽນແປງໃໝ່ກ່ຽວກັບເນື້ອໃນ, ທິດທາງການເຄື່ອນໄຫວ, ຍູ້ແຮງບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ, ຍົກສູງຊີວິດດ້ານວັດຖຸ ແລະຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນ.

ຢືນຢັນວ່າມະຫາສາມັກຄີທົ່ວປວງຊົນແມ່ນພະລັງແຮງແຫ່ງການກໍາເນີດຂອງປະເທດ, ຄະນະພັກ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ປາຖະໜາວ່າຄະນະພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນຕາແສງ ເຕີນຫືງ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຕັດສິນໃຈສູ້ຊົນຮັກສາ ແລະຍົກສູງຄຸນນະພາບສ້າງສະພາບແວດລ້ອມແຫ່ງການດຳລົງຊີວິດຢ່າງປອດໄພ, ຂຽວ, ສະອາດ, ສ້າງຕາແສງໃຫ້ນັບມື້ນັບຮັ່ງມີສວຍງານ, ສີວິໄລ.

 

ແປໂດຍ: ເກື່ອງດັ້ງ