ເລື່ອງກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນຢູ່ກຸ່ມບ້ານໂພນໄຊ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງລາງແຈ໋ງ ສໍາລັບພາລະກິດການສຶກສາ ແລະກໍ່ສ້າງຂອງເມືອງຊໍາໃຕ້. ໂຄງການນີ້ແມ່ນພະຍານຫຼັກຖານສະແດງໃຫ້ເຫັນການຮ່ວມມືນັບມື້ນັບໝັ້ນແກ່ນລະຫວ່າງສອງເມືອງໃນການພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະໃນຂົງເຂດການສຶກສາ, ກໍ່ສ້າງເວົ້າສະເພາະ, ເພື່ອແນໃສ່ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງເມືອງຊາຍແດນລາງແຈ໋ງ-ຊໍາໃຕ້ ຕື່ມອີກ. ກິດຈະກໍາໂຮງຮຽນມັດທະຍົມຕອນຕົ້ນມີມູນຄ່າທັງໝົດແມ່ນກວ່າ 1 ຕື້ດົ່ງ, ໄດ້ຮັບການກໍ່ສ້າງໃໝ່ 100%,  ລວມມີຫ້ອງຮຽນ 5 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ເພື່ອຕອບສະໜອງຄວາມຕ້ອງການຮໍ່າຮຽນໃຫ້ນັກຮຽນ 87 ຄົນຢູ່ກຸ່ມບ້ານໂພນໄຊ. ຄາດຄະເນວ່າກິດຈະກໍາຈະກໍ່ສ້າງສໍາເລັດເພື່ອມອບ - ຮັບ ແລະເປີດນໍາໃຊ້ໃນທ້າຍເດືອນພຶດສະພາ 2019.

leftcenterrightdel
ພິທີລົງມືກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນຢູ່ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ, ສປປ ລາວ. ພາບ: baothanhhoa.vn.

ຕາມທີ່ໄດ້ຮູ້ແລ້ວ, ໃນຊຸມປີຜ່ານມາ, ເມືອງລາງແຈ໋ງ ໄດ້ໜູນຊ່ວຍເມືອງຊໍາໃຕ້ ເຄື່ອງອຸປະກອນຕ່າງໆ ຄື: ລົດຈັກ, ອຸປະກອນໃຊ້ຫ້ອງການ, ໜູນຊ່ວຍການສະກັດກັ້ນ ແລະຕ້ານໄພທໍາມະຊາດ, ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນ 5 ບ້ານຂອງກຸ່ມບ້ານໂພນໄຊ, ຊ່ວຍປະເທດເພື່ອນມິດບໍາລຸງສ້າງດ້ານວິຊາສະເພາະໃຫ້ແກ່ພະນັກງານການແພດ, ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ, ກິລາ-ກາຍະກໍາໃນບັນດາເທດສະການ, ເຫດການສະເຫຼີມສະຫຼອງຂອງສອງຝ່າຍ; ປະຕິບັດວຽກງານສົມທົບກັນກ່ຽວກັບບັນດາສັນຍາ ແລະກົດລະບຽບຊາຍແດນ, ໃນວຽກງານສະກັດກັ້ນ ແລະຕ້ານອັກຄີໄພ, ຕ້ານໄຟໄໝ້ປ່າ, ຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນເປັນຢ່າງດີ.

ໂດຍ: ທະນາພອນ