ໂດຍຕາງໜ້າຄະນະ, ທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕີລາຄາສູງຈິດໃຈເຮັດວຽກຂອງພະນັກງານ, ນັກຮົບພົນລະພາກຫຼວງ 11, ສະແດງໃຫ້ເຫັນຈິດໃຈ ແລະຄຸນນະທາດຂອງບັນດານັກຮົບໃນການດຳເນີນທຸລະກິດ, ທຳການຜະລິດ. ທ່ານພົນໂທ ຟານວັນຢາງ ຖືວ່່າ, ນີ້ແມ່ນກິດຈະກຳຈຸດສຸມຂອງກອງທັບກໍຄືຂອງຫວຽດນາມ ເຊິ່ງພົນລະພາກຫຼວງ 11 ເປັນກຽດທີ່ໄດ້ຮັບມອບໝາຍໜ້າທີ່ດຳເນີນການກໍ່ສ້າງ, ຍ້ອນເຫດນັ້ນພະນັກງານ, ນັກຮົບພົນລະພາກຫຼວງ 11 ຕ້ອງເຊື່ອມຊຶມໜ້າທີ່ຢ່າງເລິກເຊິ່ງ, ສຸດຈິດສຸດໃຈເພື່ອພາລະກິດລວມ, ເພື່ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ ພົນໂທ ຟານວັນຢາງ ກໍຖືວ່າ, ນີ້ແມ່ນກິດຈະການທັນສະໄໝ, ແມ່ນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ເນື່ອງໃນໂອກາດທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 24-26 ພະຈິກ 2016, ຍ້ອນແນວນັ້ນກິດຈະການນີ້ຈະແມ່ນໜຶ່ງໃນບັນດາຂີດໝາຍສຳຄັນຂອງສາຍພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນ, ລະດົມກຳລັງໃຈພະນັກງານ, ນັກຮົບພົນລະພາກຫຼວງ 11. ພາບ: nhandan.com.vn.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານພົນໂທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ຽວກັບບັນຫາພັດທະນາບ້ານ, ກຸ່ມບ້ານຢູ່ເຂດຊາຍແດນ.

ໂດຍ: ສົມເພັດ