ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ໄດ້ໃຫ້ການສຳພາດທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບໝາກຜົນການຢ້ຽມຢາມດັ່ງກ່າວ.

leftcenterrightdel
ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ. ພາບ: ຊວນຕູ໊.

ນັກຂ່າວ: ຂໍຮຽນທ່ານນາງ, ທ່ານນາງຕີລາຄາແນວໃດກ່ຽວກັບໝາກຜົນຂອງການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ?

ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ: ກ່ອນອື່ນໝົດ, ການຢ້ຽມຢາມຄັ້ງນີ້ໄດ້ຮັບຄວາມເອົາໃຈໃສ່ ແລະການຕີລາຄາຢ່າງສູງຈາກທັງສອງຝ່າຍ. ພຽງແຕ່ໃນເວລາສັ້ນຂອງການຢ້ຽມຢາມເທົ່ານັ້ນ, ແຕ່ວ່າສອງຝ່າຍ, ພິເສດແມ່ນການນຳຂັ້ນສູງຂອງລາວ ແລະຫວຽດນາມ ໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ. ພິເສດແມ່ນການນຳຂັ້ນສູງສຸດຂອງສອງປະເທດໄດ້ຢັ້ງຢືນຄືນຄວາມໝາຍສຳຄັນຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ແລະສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ ແລະຫວຽດນາມ, ໂດຍປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກທຸ້ມເທເຫື່ອແຮງກໍ່ຕັ້ງ ແລະຖືກບັນດານັກຮົບປະຕິວັດ, ບັນດາການນຳລຸ້ນຕ່າງໆຂອງສອງປະເທດພວກເຮົາສືບຕໍ່ປົກປັກຮັກສາ, ສ້າງສາ ແລະພັດທະນາ.

ທີ່ການພົບປະເຈລະຈາລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດຂອງສອງປະເທດ ກໍ່ຄືການພົບປະ ແລະການເຮັດວຽກກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ, ທັງສອງຝ່າຍລ້ວນແຕ່ຢັ້ງຢືນວ່າຈະພ້ອມກັນສືບຕໍ່ຮັກສາ,  ເພີ່ມພູນຄູນສ້າງ ແລະພັດທະນາເພື່ອມູນເຊື້ອອັນດີງາມ ແລະສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດໃຫ້ນັບມື້ນັບມີຜົນງານ ແລະມີຜົນສຳເລັດ, ມີຄຸນນະພາບຫຼາຍກວ່າເກົ່າ, ນຳມາເຊິ່ງຄຸນປະໂຫຍດແທດຈິງໃຫ້ແກ່ປະຊາຊົນທັງສອງປະເທດລາວ ແລະຫວຽດນາມ.

ພິເສດໃນຄັ້ງນ້ີ, ພວກເຮົາໄດ້ລົງນາມໃນເອກະສານຮ່ວມມື 9 ສະບັບ, ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າຜ່ານການຢ້ຽມຢາມຂອງທ່ານ ຫງວຽນຝູຈ້ອງ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຄັ້ງນ້ີ, ການພົວພັນ ລາວ-ຫວຽດນາມ ຈະໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບການເພີ່ມທະວີ ແລະພັດທະນາສູງກວ່າເກົ່າ.

ໃນການຢ້ຽມຢາມຄັ້ງນີ້, ການນຳທັງສອງຝ່າຍໄດ້ວາງແຜນ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. ຂ້າພະເຈົ້າຄິດວ່າ, ສິ່ງທີ່ພວກເຮົາຄວນເຮັດໃນໄລຍະຈະມາເຖິງແມ່ນເຮັດໃຫ້ແນວໃດ ເພື່ອໃຫ້ສາຍພົວພັນຮ່ວມມືມີປະສິດທິຜົນ ແລະມີຄຸນນະພາບດີກວ່າເກົ່າ. ການຮ່ວມມືດ້ານການເມືອງໄດ້ຖືວ່າເປັນການພົວພັນທີ່ມີລັກສະນະກຳນົດທິດໃຫ້ແກ່ການພົວພັນດ້ານຕ່າງໆ, ໃນຂະນະທີ່ການຮ່ວມມືຂອງສອງຝ່າຍກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ການພົວພັນຕ່າງປະເທດ ໄດ້ຮັບການເພີ່ມທະວີພັດທະນາເປັນປະຈຳ ແລະຕໍ່ເນື່ອງ. ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະຫຼາຍຂົງເຂດອື່ນ, ສອງຝ່າຍລ້ວນແຕ່ເອົາໃຈໃສ່ ແລະມານະພະຍາຍາມຍົກສູງຂຶ້ນໃຫ້ສົມກັບສາຍພົວພັນດ້ານການເມືອງ.

ນັກຂ່າວ: ຂໍຮຽນທ່ານນາງ, ທ່ານນາງ ອາດສາມາດເວົ້າແຈ້ງກວ່າກ່ຽວກັບສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ” ຫວຽດນາມ-ລາວ?

ທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ: ສຳລັບພວກຂ້າພະເຈົ້າແລ້ວ, ສາຍພົວພັນ ລາວ-ຫວຽດນາມ ຍາມໃດກໍ່ແມ່ນສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ການນຳພັກ, ລັດ ແລະປະຊາຊົນລາວ ຈາກຂັ້ນສູນກາງຈົນຮອດທ້ອງຖິ່ນລ້ວນແຕ່ຮັບຮູ້ ແລະເຂົ້າໃຈຢ່າງຈະແຈ້ງກ່ຽວກັບທັດສະນະດັ່ງກ່າວ. ພວກເຮົາ, ລາວ-ຫວຽດນາມ, ບໍ່ມີປະໂຫຍກຄຳເວົ້າໃດສາມາດອະທິບາຍໄດ້ລັກສະນະ ແລະຄວາມສຳຄັນຂອງສາຍພົວພັນນີ້. ສະນັ້ນ, ໃນໄລຍະມໍ່ໆມານີ້ທັງສອງຝ່າຍລ້ວນແຕ່ນຳໃຊ້ປະໂຫຍກທີ່ວ່າ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ” ຈຶ່ງສະແດງໃຫ້ເຫັນໄດ້ລັກສະນະ ແລະຄວາມສໍາຄັນຂອງສາຍພົວພັນດັ່ງກ່າວ, ສາຍພົວພັນໜຶ່ງດຽວໃນໂລກ. ພວກເຮົາບໍ່ສາມາດນຳໃຊ້ປະໂຫຍກອື່ນມາປ່ຽນແທນໄດ້ເພື່ອສະແດງໃຫ້ເຫັນຄວາມຈິງຂອງສາຍພົວພັນລະຫວ່າງ ລາວ-ຫວຽດນາມ. ຫວັງວ່າສາຍພົວພັນນີ້ຍາມໃດກໍ່ຈະໄດ້ຮັບການເພີ່ມພູນຄູນສ້າງ, ເພີ່ມທະວີ ແລະພັດທະນາ ເພື່ອລູກຫຼານຂອງພວກເຮົາໃນອະນາຄົດສາມາດສືບທອດມໍລະດົກອັນລ້ຳຄ່ານີ້, ເພື່ອໃຫ້ມໍລະດົກອັນລ້ຳຄ່ານີ້ຍາມໃດກໍ່ຍືນຍົງຄົງຕົວພ້ອມກັບພາລະກິດການປະຕິວັດຂອງທັງສອງປະເທດພວກເຮົາ.

ຂໍຂອບໃຈ!

ໂດຍ: ແສງເດືອນ