ທີ່ສໍານັກງານກອງບັນຊາການທະຫານເຂດ 4, ຄະນະປະຕິບັດງານບັນດາແຂວງ, ກອງບັນຊາການທະຫານ, ກອງພົນຂອງປະເທດເພື່ອນລາວ ໄດ້ມາອວຍພອນພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ຕ້ອນຮັບບຸນປີໃໝ່ປະຈໍາຊາດດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸດ ແລະໄດ້ຮັບໄຊຊະນະໃໝ່ຫຼາຍຢ່າງໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງກໍາລັງປະກອບອາວຸດທະຫານເຂດ 4 ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.

leftcenterrightdel
ການນໍາແຂວງໄຊສົມບູນ ມອບຊໍ່ດອກໄມ້ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. ພາບ: baoquankhu4.com.vn.
leftcenterrightdel
ການນໍາແຂວງຊຽງຂວາງ ມອບຊໍ່ດອກໄມ້ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. baoquankhu4.com.vn.
leftcenterrightdel
ກອງບັນຊາການທະຫານແຂວງວຽງຈັນ ມອບຊໍ່ດອກໄມ້ ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. baoquankhu4.com.vn.
leftcenterrightdel
ກອງບັນຊາການທະຫານແຂວງບໍລິຄໍາໄຊ  ມອບຊໍ່ດອກໄມ້ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. baoquankhu4.com.vn.
leftcenterrightdel
ກອງບັນຊາການທະຫານແຂວງຫົວພັນ ມອບຊໍ່ດອກໄມ້ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. baoquankhu4.com.vn.
leftcenterrightdel
ກອງພົນທີ 4, ກະຊວງປ້ອງກັນປະເທດລາວ ອວຍພອນປີໃໝ່ປະຈໍາຊາດກອງບັນຊາການທະຫານເຂດ 4. baoquankhu4.com.vn.

ຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່ຂອງບັນດາແຂວງ, ກົມກອງຕ່າງໆຂອງກອງທັບລາວ, ພ້ອມທັງຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາແຂວງຂອງລາວທີ່ໄດ້ສ້າງເງື່ອນໄຂຊ່ວຍເຫຼືອເພື່ອໃຫ້ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ຜະລິດ, ດໍາເນີນທຸລະກິດໃນບໍລິເວນຢ່າງມີປະສິດທິຜົນ, ຊ່ວຍເຫຼືອກອງທ້ອນໂຮມຂອງທະຫານເຂດ 4 ໃນການຊອກຫາ, ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມກັບຄືນບ້ານເກີດເມືອງນອນ; ສົມທົບກັນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ, ສັດຊື່ບໍລິສຸດລະຫວ່າງທະຫານເຂດ 4 ແລະບັນດາແຂວງ, ກົມກອງຂອງປະເທດເພື່ອນລາວ.

ໂດຍ: ທູຈາງ