ຕ້ອນຮັບ ແລະເຮັດວຽກກັບຄະນະ, ຝ່າຍແຂວງເງະອານ ມີທ່ານ ເລງອັກຮວາ ຮອງປະທານຄະນະກໍາມະການປະຊາຊົນແຂວງ; ພ້ອມດ້ວຍການນໍາຫ້ອງວ່າການຄະນະກໍາມະການປະຊາຊົນ, ພະແນກການຕ່າງປະເທດແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການທະຫານຊາຍແດນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ໝີງາ.

ທີ່ການພົບປະ, ຕາງໜ້າຄະນະປະຕິບັດງານ, ສະຫາຍ ພົມມາ ພັນທະລັງສີ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ຮອບຄອບຖີ່ຖ້ວນຂອງແຂວງເງະອານ ແລະແຈ້ງໃຫ້ຊາບບາງຈຸດພົ້ນເດັ່ນໃນບັນດາຂົງເຂດຂອງແຂວງຄໍາມ່ວນ ໃນໄລຍະຜ່ານມາ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2019, ທ່ານຮອງເລຂາພັກແຂວງຄໍາມ່ວນ ໄດ້ສົ່ງຄໍາອວຍພອນອັນດີງາມເຖິງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເງະອານ, ອວຍພອນຄວາມສາມັກຄີມິດຕະພາບລະຫວ່າງສອງພັກ, ສອງລັດ ເວົ້າລວມ ແລະ 2 ແຂວງເງະອານ - ຄໍາມ່ວນ ເວົ້າສະເພາະໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ຄະນະປະຕິບັດງານແຂວງຄໍາມ່ວນ ອວຍພອນປີໃໝ່ແຂວງເງະອານ. ພາບ: ໝີງາ.

ສະຫາຍ ເລງອັກຮວາ ຮັບຮູ້ບັນດາຄວາມມານະພະຍາຍາມພົບປະແລກປ່ຽນ, ການຮ່ວມມືຂອງສອງແຂວງໃນໄລຍະຜ່ານມາ. ການເຄື່ອນໄຫວແລກປ່ຽນຄະນະລະຫວ່າງສອງແຂວງກໍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ພິເສດ, ໃນແຕ່ລະປີລ້ວນແຕ່ໄດ້ຈັດຕັ້ງຄະນະໄປຢ້ຽມຢາມ, ເຮັດວຽກ ແລະອວຍພອນປີໃໝ່ເຊິ່ງກັນ ແລະກັນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງສອງປະເທດຫວຽດນາມ ແລະລາວ.

ເນື່ອງໃນໂອກາດນີ້, ສະຫາຍ ເລງອັກຮວາ ປາດຖະໜາວ່າສອງແຂວງຈະສືບຕໍ່ເຮັດໃຫ້ນໍ້າໃຈມິດຕະພາບຖານອ້າຍນ້ອງແບບພິເສດນີ້ເລິກເຊິ່ງຂຶ້ນຕື່ມ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງໃນຫຼາຍປີຜ່ານມາ, ການຮ່ວມມືສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ, ເພື່ອການພັດທະນາລວມຂອງສອງຝ່າຍ.

ໂດຍ: ໄຊຊະນະ