ປັດຈຸບັນຍັງມີຄົນລາວຕັ້ງພູມລໍາເນົາຕາມລໍາພັງໃຈ  ແລະແຕ່ງງານບໍ່ຖືກຕ້ອງຕາມກົດໝາຍກັບຄົນຫວຽດນາມຈໍານວນ  700 ຄົນຢາກຖືສັນຊາດຫວຽດນາມ. ແຂວງກວ໋າງຈິ ຈະສືບຕໍ່ແນະນໍາການປະກອບເອກະສານເພື່ອຖືສັນຊາດຫວຽດນາມ ກ່ອນວັນທີ 30 ມິຖຸນາ 2019.

leftcenterrightdel
ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ມອບຂອງຂວັນໃຫ້ແກ່ປະຊາຄົມຊາວລາວທີ່ດໍາລົງຊີວິດຢູ່ຫວຽດນາມ. ພາບ: ຕຽນຟອງ.

ໂດຍປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດຫວຽດນາມ ແລະລາວ, ແຂວງກວ໋າງຈິ ແລະສອງແຂວງທີ່ມີເສັ້ນຊາຍແດນຮ່ວມແມ່ນແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ໄດ້ດໍາເນີນການສໍາຫຼວດກວດກາສະພາບການຕັ້ງພູມລໍາເນົາຕາມລໍາພັງໃຈ.

ຜ່ານການສໍາຫຼວດໄດ້ຊີ້ໃຫ້ເຫັນວ່າ, ປັດຈຸບັນມີຊາວລາວຫຼາຍຄອບຄົວ ແລະບຸກຄົນແຕ່ງງານບໍ່ຖືກຕ້ອງຕາມກົດໝາຍທີ່ກໍາລັງດໍາລົງຊີວິດຢູ່ບັນດາຕາແສງຊາຍແດນ.

ທ່ານ ຮ່າສີດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໃຫ້ຮູ້ວ່າ, ແຂວງກວ໋າງຈິ ຈະຊີ້ນໍາການປະກອບບັນດາເອກະສານຕໍ່ໄປຄື: ສໍາມະໂນຄົວ, ບັດປະຈໍາຕົວ ແລະບັນດາລະບອບ, ນະໂຍບາຍ.

ຄຽງຂ້າງນັ້ນ, ທ້ອງຖິ່ນກໍ່ມີບັນດານະໂຍບາຍກ່ຽວກັບທີ່ດິນ, ເຮືອນຢູ່ ກໍ່ຄື ບັນດານະໂຍບາຍປະກັນສຸຂະພາບ, ພັດທະນາບັນດາບ້ານວັດທະນະທໍາ, ກໍ່ສ້າງຄອບຄົວວັດທະນະທໍາ.

ໂດຍ: ໄຊຊະນະ