ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໊ອງ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດຫວຽດນາມ  ແລະອົງການກວດສອບແຫ່ງລັດລາວ, ພ້ອມທັງສະແດງຄວາມປາດຖະໜາວ່າ ສອງອົງການຈະສືບຕໍ່ຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນເຄື່ອນໄຫວ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະພັດທະນາການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.

leftcenterrightdel
ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ແລະທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດລາວທີ່ການຕ້ອນຮັບ. ພາບ: ຈ໋ຽນຖັ໋ງ.

ທ່ານນາງ ວຽງທອງ ສີພັນດອນ ໄດ້ແຈ້ງໃຫ້ທ່ານນາງ ຕ່ອງທິຟ໋ອງ ຮັບຊາບກ່ຽວກັບຜົນຂອງການພົບປະເຈລະຈາກ່ອນໜ້ານັ້ນກັບອົງການກວດສອບແຫ່ງລັດຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ສະຫຼຸບຜົນການຮ່ວມມືໃນໄລຍະຜ່ານມາ ແລະວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ. ທ່ານນາງ ວຽງທອງ ສີພັນດອນ ເນັ້ນໜັກວ່າ, ໃນໄລຍະຜ່ານມາອົງການກວດສອບແຫ່ງລັດຫວຽດນາມ ໄດ້ສະຫງວນໃຫ້ແກ່ອົງການກວດສອບແຫ່ງລັດລາວ ການຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ລໍ້າຄ່າ, ປະກອບສ່ວນຊ່ວຍໃຫ້ອົງການກວດສອບແຫ່ງລັດລາວ ນັບມື້ນັບພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ໄຊຊະນະ